
ວັນທີ 7 ຕຸລານີ້, ທ່ານກິມເຈີງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານຄະນະກຳມະການແຫ່ງຊາດ ສປປ ເກົາຫຼີ ໄດ້ພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ທີ່ເດີນທາງໄປຢ້ຽມຢາມ ສປປ ເກົາຫຼີ ເນື່ອງໃນໂອກາດພັກແຮງງານເກົາຫຼີໄດ້ຮັບການສ້າງຕັ້ງຂຶ້ນຄົບຮອບ 80 ປີ.
ທ່ານກິມເຈີງອຸນໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການຢ້ຽມຢາມນະຄອນຫຼວງພຽງຢາງຂອງທ່ານທອງລຸນ ສີສຸລິດ ແລະ ກ່າວວ່າ: ການຢ້ຽມຢາມຄັ້ງນີ້ເປັນການສະໜັບສະໜູນ ແລະ ໃຫ້ກຳລັງໃຈຢ່າງເຕັມສ່ວນຂອງພັກ, ລັດຖະບານ ແລະ ປະຊາຊົນລາວທີ່ມີຕໍ່ພັກ ແລະ ປະຊາຊົນ ສປປ ເກົາຫຼີ.
ທ່ານທອງລຸນ ສີສຸລິດໄດ້ສະແດງຄວາມອວຍພອນຢ່າງອົບອຸ່ນ ແລະ ການຢື້ຢາມຖາມຂ່າວຖານສະຫາຍຂອງພັກ, ລັດຖະບານ ແລະ ປະຊາຊົນລາວທີ່ມີຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ໃນໂອກາດຕ້ອນຮັບວັນສ້າງຕັ້ງພັກແຮງງານເກົາຫຼີຄົບຮອບ 80 ປີ. ທ່ານທອງລຸນ ສີສຸລິດກ່າວວ່າ: ການສືບຕໍ່ພັດທະນາສາຍພົວພັນການຮ່ວມມືບົນຈິດໃຈມິດຕະພາບລະຫວ່າງສອງພັກ ແລະ ສອງລັດ ເປັນຫຼັກໝັ້ນຂອງການນຳລາວມາໂດຍຕະຫຼອດ.