ວັນທີ 1 ຕຸລານີ້, ຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ, ໄດ້ເປີດເສັ້ນທາງການທ່ອງທ່ຽວສາກົນຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຢ່າງເປັນທາງການ. ກຳປັ່ນທ່ອງທ່ຽວລຳທຳອິດອອກເດີນທາງຈາກທ່າຈີງຮົງ ເຊິ່ງເປັນດ່ານຂົນສົ່ງທາງນ້ຳລະດັບຊາດທີ່ຕັ້ງຢູ່ນະຄອນຈີງຮົງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາ, ເມື່ອເດີນໄປຮອດດ່ານກ່ວນເຫຼີຍແລ້ວຈະເຮັດເອກະສານຜ່ານດ່ານອອກເມືອງ, ແລ້ວສືບຕໍ່ເດີນຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະເດີນໄປຮອດທ່າຊຽງແສນຂອງໄທໃນທີ່ສຸດ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງນ້ຳຄຳທີ່ເຊື່ອມຕໍ່ 6 ປະເທດສາຍນີ້ ໄດ້ມີການບຸກທະລຸໃໝ່ໃນຂົງເຂດການເຊື່ອມໂຍງວັດທະນະທຳແລະການທ່ອງທ່ຽວ.
ຕາມການແນະນຳວ່າ, ການເປີດເສັ້ນທາງການທ່ອງທ່ຽວສາຍນີ້ ໄດ້ຊຸກຍູ້ໃຫ້ “ທາງນ້ຳ+ການທ່ອງທ່ຽວວັດທະນະທຳ” ເຊື່ອມໂຍງເຂົ້າກັນ, ບັນລຸ “ການທ່ຽວຫຼາຍປະເທດດ້ວຍກຳປັ່ນລຳດຽວ”, ເສັ້ນທາງການທ່ອງທ່ຽວແມ່ນ “ສິບສອງພັ່ນນາຂອງຈີນ+ຊຽງໄລ່ຂອງໄທ, ຊຽງໃໝ່ຂອງໄທ+ຫຼວງພະບາງຂອງລາວ” ທັງໝົດ 5 ມື້ 4 ຄືນ, ແມ່ນຜະລິດຕະພັນການທ່ອງທ່ຽວແບບໃໝ່ທີ່ກວມເອົາ 3 ປະເທດຈີນ-ລາວ-ໄທ ແລະວິທີການເດີນທາງ 4 ແບບ ຄື: ທາງນ້ຳ ທາງບົກ ທາງອາກາດແລະທາງລົດໄຟ.