ຮູບ​ເງົາອະ​ວະ​ກາດ 8K ເລື່ອງ​ທຳ​ອິດ​ຂອງ​ຈີນ “ຢູ່ນອກ​ປ່ອງ​ຢ້ຽມ​ແມ່ນ​ດາວ​ເຄາະ​ສີ​ຟ້າ” ຈັດ​ສາຍ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ

CRI, October 11, 2025
Size:

ວັນທີ 30 ກັນຍາຜ່ານມານີ້, ວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ຈັດກິດຈະກຳສາຍຮູບເງົາສາທາລະນະປະໂຫຍດ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ຢູ່ໂຮງຮຽນ ລຽວໂຕວ໋ທີ່ໄດ້ສ້າງຂຶ້ນເປັນເວລາເກືອບ 90 ປີຢູ່ນະຄອນຫຼວງວຽງຈັນຂອງລາວ. ຮູບເງົາເລື່ອງດັ່ງກ່າວແມ່ນຮູບເງົາ 8K ທີ່ຖ່າຍຢູ່ໃນອະວະກາດຕົວຈິງເລື່ອງທຳອິດຂອງຈີນ,ເຊິ່ງຮູບເງົາທີ່ສາຍໃນຄັ້ງນີ້ແມ່ນແປແລະພາກສຽງໂດຍພະແນກພາສາລາວຂອງສູນລາຍການພາສາພາກພື້ນອາຊີ-ອາຟຣິກາຂອງ CMG. ທ່ານນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ສົມປະສົງ ຈັນທະວົງ ປະທານສະຫະພັນການສຶກສາພາສາຈີນຂອງລາວທັງເປັນປະທານໂຮງຮຽນລຽວໂຕວ໋ ພ້ອມດ້ວຍແຂກຖືກເຊີນທ່ານອື່ນໆ,ຄູອາຈານ,ນ້ອງນັກຮຽນທັງໝົດ 600 ກວ່າຄົນໄດ້ເຂົ້າຮ່ວມ.

ຜູ້ຊົມທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້ລ້ວນແຕ່ໄດ້ຍ້ອງຍໍຕໍ່ຮູບເງົາເລື່ອງນີ້ວ່າໄດ້ເປີດປ່ອງຢ້ຽມພິເສດໃຫ້ແກ່ປະຊາຊົນລາວໃນການຊອກຮູ້ກ່ຽວກັບການບິນອະວະກາດຈີນແລະສຳຜັດກັບສະເໜ່ຂອງອະວະກາດ. ສື່ສຳຄັນຕ່າງໆຂອງລາວເຊັ່ນ: ສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ,ໂທລະພາບແຫ່ງຊາດລາວແລະອື່ນໆໄດ້ລາຍງານຂ່າວກ່ຽວກັບກິດຈະກຳຄັ້ງນີ້.