ບັນດາປະເທດແມ່ນ້ຳຂອງໄປຖອດຖອນບົດຮຽນຢູ່ເຂື່ອນໄຟຟ້າສ່ານເຊຍ: ພູມປັນຍາຂອງຈີນດ້ານການບໍລິຫານນ້ຳ ໄດ້ຮັບຄວາມສົນໃຈເປັນຢ່າງສູງ

lmcchina.org, October 10, 2025
Size:

ວັນທີ 24 ກັນຍາ 2025, ກອງປະຊຸມເວທີເປິກສາຫາລືກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (ຫຼື LM) ຄັ້ງທີ 4 ໄດ້ໄຂຂຶ້ນຢູ່ນະຄອນອູຮັ້ນ ແຂວງຮູເປີຍ ສປຈີນ. ໃນໄລຍະດໍາເນີນກອງປະຊຸມ, ຄະນະຜູ້ແທນຂັ້ນສູງຈາກບັນດາປະເທດເຂດລ່ອງແມ່ນ້ຳຂອງ ໄດ້ໄປຢ້ຽມຢາມເຂື່ອນໄຟຟ້າສ່ານເຊຍຢູ່ເມືອງອີຊ່າງ ແຂວງຮູເປີຍ.

ທ່ານ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ມີຄຳເຫັນວ່າ: “ນີ້ແມ່ນເຂື່ອນໄຟຟ້າອະເນກປະສົງ ທີ່ສາມາດນຳໃຊ້ເຂົ້າໃນການເດີນເຮືອ, ການປ້ອງກັນໄພນ້ຳຖ້ວມ ແລະ ຊົນລະປະທານ, ພ້ອມທັງສາມາດນຳໃຊ້ເຂົ້າໃນການຜະລິດໄຟຟ້າ.” ທ່ານເຫັນວ່າ: ໂຄງການນີ້ ສາມາດເປັນບົດຮຽນທີ່ມີຄ່າອັນສຳຄັນທີ່ຖອດຖອນໄດ້ສຳລັບເຂດລ້ອງແມ່ນ້ຳຂອງ. ທ່ານມີຄຳເຫັນຕື່ມວ່າ: “ການຮຽນເອົາບົດຮຽນທີ່ມີຄ່າດ້ານການຄຸ້ມຄອງ ແລະ ເຕືອນໄພລ່ວງໜ້າດ້ານໄພນ້ຳຖ້ວມ ແມ່ນມີຄວາມສຳຄັນຫຼາຍສຳລັບພວກເຮົາໃນດ້ານການກະກຽມຮັບມືກັບໄພນ້ຳຖ້ວມໄດ້ເປັນຢ່າງດີ ກວ່າເກົ່າ.” ມາດຕະການດ້ານການນຳໃຊ້ພະລັງງານນ້ຳຕາມຫຼັກວິທະຍາສາດຂອງເຂື່ອນໄຟຟ້າສ່ານເຊຍ ແມ່ນ ບົດຮຽນທີ່ດີທີ່ຖອດຖອນໄດ້ເຊັ່ນດຽວກັນ.

ທ່ານຍັງມີຄຳເຫັນຕື່ມອີກວ່າ: ໂຄງການຍົກຍ້າຍຈັດສັນປະຊາຊົນຢູ່ເຂດສ່ານເຊຍໄດ້ປະຕິບັດວຽກງານຢ່າງຫຼວງຫຼາຍໃນດ້ານການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ຊຶ່ງນະໂຍບາຍສະໜັບສະໜູນດ້ານການສ້າງໂຮງຮຽນ, ໂຮງໝໍ ແລະ ການພັດທະນາຂະ    ແໜງການ ໄດ້ສະໜອງທິດທາງໃຫ້ແກ່ການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນທີ່ຖືກຍົກຍ້າຍ.

ທ່ານ ສຸຣະສີ ກິດຕິມົນທົນ, ເລຂາທິການສຳນັກງານຊັບພະຍາກອນນ້ຳແຫ່ງຊາດໄທ ໄດ້ສະເໜີວ່າ: “ນອກຈາກນຳໃຊ້ເຂົ້າໃນການປ້ອງກັນໄພນ້ຳຖ້ວມ ແລະ ການຜະລິດໄຟຟ້າທີ່ເປັນພະລັງງານສະອາດແລ້ວ, ເຂື່ອນໄຟຟ້າແຫ່ງນີ້ຍັງໄດ້ຄ້ຳປະກັນໂຄງການການຂົນສົ່ງນ້ຳຈາກພາກໃຕ້ໄປຫາພາກເໜືອທີ່ຈະຂົນສົ່ງຊັບພະຍາກອນນ້ຳໄປສູ່ເຂດແຄວ້ນທີ່ຂາດເຂີນນ້ຳ.” ທ່ານມີຄວາມສົນໃຈເປັນພິເສດຕໍ່ເຕັກນິກປະຕູນ້ຳສຳລັບການເດີນເຮືອຂອງເຂື່ອນ ແລະ ກ່າວວ່າ: “ນີ້ແມ່ນເຕັກນິກທີ່ພວກເຮົາສາມາດຮ່ຳຮຽນເອົາ ແລະ ນຳໃຊ້ໄດ້ຢູ່ປະເທດໄທ.”

ທ່ານ ໂຈ່ຈື້ເຫວີຍ (Zhou Zhiwei), ຫົວໜ້າສູນຮ່ວມມືດ້ານຊັບພະຍາກອນນ້ຳ LM ກ່າວວ່າ: ການທີ່ເຊີນຜູ້ແທນຈາກປະເທແມ່ນ້ຳຂອງມາທັດສະນະສຶກສາຢູ່ພາກສະໜາມຕົວຈິງ ເພື່ອເຮັດໃຫ້ເຂົາເຈົ້າສາມາດມີຄວາມເຂົ້າໃຈດີກວ່າເກົ່າກ່ຽວກັບແນວຄິດ ແລະ ເຕັກນິກດ້ານການບໍລິຫານນ້ຳຂອງຈີນ, ພ້ອມທັງຫັນເອົາບົດຮຽນທີ່ຖອດຖອນໄດ້ມາເປັນນະໂຍບາຍ ແລະ ມາດຕະການທີ່ສອດຄ່ອງກັບຈຸດພິເສດຂອງປະເທດໃຜມັນ. “ດັ່ງນັ້ນ, ຫົກປະເທດຈະສາມາດຍົກລະດັບການບໍລິຫານຊັບພະຍາກອນນ້ຳຮ່ວມກັນ, ເລັ່ງລັດການບັນລຸເປົ້າໝາຍທີ່ກ່ຽວຂ້ອງກັບນ້ຳໃນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ.”

ເມື່ອເວົ້າເຖິງອະນາຄົດ, ທ່ານ ໂຈ່ຈື້ເຫວີຍ ກ່າວວ່າ: “ພວກເຮົາຕ້ອງຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍທີ່ກ່ຽວຂ້ອງກັບນ້ຳໃນຂະບວນການຫັນເປັນທັນສະໄໝ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນປະຕິບັດງານວ່າດ້ວຍການຮ່ວມມືດ້ານຊັບພະຍາກອນນ້ຳ LM 5 ປີ (2023-2027) ຢ່າງຕໍ່ເນື່ອງ.

ທ່ານຮຽກຮ້ອງໃຫ້ຫົກປະເທດຄວນເພີ່ມທະວີການປະສານສົມທົບກັນດ້ານນະໂຍບາຍກ່ຽວກັບການບໍລິຫານນ້ຳ, ສ້າງຜົນສຳເລັດແຫ່ງການຮ່ວມມືດ້ານຊັບພະຍາກອນນ້ຳທີ່ອຸດົມສົມບູນກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງ “ການຮ່ວມມື LM 2.0” ແບບສາມັກຄີກັນ, ຮ່ວມມືກັນ, ເປີດປະຕູ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສີຂຽວ, ປະດິດສ້າງໃໝ່, ສັນຕິ ພາບ ແລະ ມີຄວາມສະຫງົບ.