ຍາມພັກວັນຊາດຈີນປີນີ້ພໍດີຖືກກັບບຸນໄຫວ້ພະຈັນບຸນປະເພນີທີ່ສຳຄັນຂອງຈີນ, ໃນຍາມພັກຍາວເປັນເວລາ 8 ມື້ລຽນຕິດຄາດວ່າຈະມີນັກທ່ອງທ່ຽວຈຳນວນຫຼວງຫຼາຍອອກເດີນທາງ. ບໍລິສັດທາງລົດໄຟຈີນຈຳກັດສາຂາຄຸ່ນໝິງໄດ້ແຈ້ງໃຫ້ຮູ້ໃນວັນທີ 29 ກັນຍາຜ່ານມານີ້ວ່າ: ໃນໄລຍະພັກບຸນວັນຊາດ, ບໍລິສັດທາງລົດໄຟແຂວງຢຸນນານມີແຜນຈະເປີດການບໍລິການທ່ອງທ່ຽວດ້ວຍລົດໄຟEMU ຂ້າມຊາດຈີນ-ລາວ ແລະ ຈີນ-ຫວຽດນາມ,ເພື່ອເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃໝ່ໃນການທ່ອງທ່ຽວຜ່ານທາງລົດໄຟ. ໂຄງການທ່ອງທ່ຽວດັ່ງກ່າວໄດ້ປະກອບມີລາຍການສຳລັບເດັກນ້ອຍ ເຊິ່ງລວມທັງການສຳຜັດການປຸງແຕ່ງອາຫານແບບດັ້ງເດີມຂອງລາວ,ການຂີ່ລົດໄຟຂະບວນນ້ອຍຢູ່ເຂດພູດອຍຂອງຫວຽດນາມແລະກິດຈະກຳອື່ນໆ.