ວັນທີ 1 ຕຸລານີ້, ກອງໃຫຍ່ລາດຕະເວນຕາມທາງນ້ຳຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນໄດ້ແຈ້ງຂ່າວວ່າ: ໃນວັນທີ 30 ກັນຍາຜ່ານມານີ້, ພາກສ່ວນປະຕິບັດກົດໝາຍຂອງຈີນ, ລາວ, ມຽນມາແລະໄທໄດ້ສຳເລັດການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາແລະໄທຄັ້ງທີ 157 ແລະກິດຈະກຳການແລກປ່ຽນດ້ານການປະຕິບັດກົດໝາຍຮ່ວມຕ່າງໆຢ່າງຈົບງາມ. ໃນການເຄື່ອນໄຫວຄັ້ງນີ້, 4 ປະເທດດັ່ງກ່າວໄດ້ສົ່ງເຮືອປະຕິບັດກົດໝາຍ 7 ລຳແລະຜູ້ປະຕິບັດກົດໝາຍ 100 ກວ່າຄົນເພື່ອດຳເນີນການລາດຕະເວນຮ່ວມ.
ເຮືອປະຕິບັດກົດໝາຍ 3 ລຳຂອງ ສປປ ລາວໄດ້ເດີນເຮືອໄປເຖິງກິ່ງແຂວງສິບສອງພັນນາແຂວງຢຸນນານຈີນໃນວັນທີ 30 ກັນຍາແລ້ວນີ້, ຈະດຳເນີນການຢ້ຽມຢາມສັນທະວະໄມຕີຕໍ່ກອງໃຫຍ່ລາດຕະເວນຕາມທາງນ້ຳຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນຕາມແຜນການ.