ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກ່າວ​​ຄຳ​ປາ​ໄສໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດສະ​ໄໝ​ທີ 80

CRI, October 9, 2025
Size:

ວັນທີ 27 ກັນຍານີ້, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 80 ແລະ ກ່າວຄຳປາໄສຢ່າງເປັນທາງການ.

ໃນໂອກາດດັ່ງກ່າວ, ທ່ານສອນໄຊ ສີພັນດອນ ໄດ້ກ່າວຢ້ຳເຖິງຄວາມສຳຄັນໃນການຍຶດໝັ້ນຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ພ້ອມທັງສະແດງການສະໜັບສະໜູນຕໍ່ຂໍ້ລິເລີ່ມວ່າດ້ວຍການປະຕິຮູບໃນໂອກາດຄົບຮອບ 80 ປີຂອງອົງການສະຫະປະຊາຊາດທີ່ທ່ານເລຂາທິການໃຫຍ່ອົງການສະຫະປະຊາຊາດສະເໜີອອກມາ.

ທ່ານສອນໄຊ ສີພັນດອນໄດ້ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການຊ່ວຍເຫຼືອຕໍ່ປະເທດທີ່ຕົກຢູ່ໃນສະຖານະພາບພິເສດ  ແລະໄດ້ກ່າວຢ້ຳເຖິງຄວາມຕັດສິນໃຈຂອງ ສປປ ລາວ ໃນການສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. ນອກນີ້, ທ່ານຍັງໄດ້ຢ້ຳເຖິງຫຼັກໝັ້ນຂອງລາວທີ່ສະໜັບສະໜູນການແກ້ໄຂການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນດ້ວຍສັນຕິວິທີ ໂດຍສະເພາະແມ່ນ “ແຜນການສອງປະເທດ”, ຮຽກຮ້ອງໃຫ້ຍົກເວັ້ນການປິດລ້ອມດ້ານເສດຖະກິດການເງິນຕໍ່ສາທາລະນະລັດກູບາ ແລະ ຍົກເລີກມາດຕະການແບບບັງຄັບແຕ່ຝ່າຍດຽວທຸກປະການທີ່ແນໃສ່ປະເທດທີ່ເປັນເອກະລາດ.