ຫໍພິພິທະພັນທາງລົດໄຟຢຸນນານວາງສະແດງທຸງຊາດທີ່ຖືກຊັກຂຶ້ນຢູ່ສະໜາມຫຼວງທ່ຽນອ່ານເມີນໃນມື້ເປີດເສັ້ນທາງລົດໄຟລາວ-ຈີນເປັນຄັ້ງທຳອິດ

CRI, October 9, 2025
Size:

ວັນທີ 1 ຕຸລານີ້, ມີທຸງຊາດຈີນພິເສດຜືນໜຶ່ງຖືກວາງສະແດງຢູ່ຫໍພິພິທະພັນທາງລົດໄຟຢຸນນານທີ່ນະຄອນຄຸນໝິງແຂວງຢຸນນານຈີນ. ທຸງຊາດຜືນນີ້ແມ່ນທຸງຊາດທີ່ຖືກຊັກຂຶ້ນຢູ່ສະໜາມຫຼວງທ່ຽນອ່ານເມີນໃນວັນທີ 3 ທັນວາປີ 2021 ເຊິ່ງເປັນມື້ເປີດການບໍລິການເສັ້ນທາງລົດໄຟຈີນ-ລາວ ລາວ-ຈີນ, ຫວ່າງບໍ່ດົນມານີ້, ທຸງຊາດຜືນນີ້ໄດ້ຖືກມອບໃຫ້ຫໍພິພິທະພັນທາງລົດໄຟຢຸນນານຈີນ.

ທ່ານເຮີຊູ່ທາງ ຫົວໜ້າຫໍພິພິທະພັນທາງລົດໄຟຢຸນນານຈີນແນະນຳໃຫ້ຮູ້ວ່າ: ຫໍພິພິທະພັນດັ່ງກ່າວໄດ້ຈັດໃຫ້ມີ “ເຂດວາງສະແດງໃນຫົວຂໍ້ທາງລົດໄຟຈີນ-ລາວ, ລາວ-ຈີນ” ເປັນພິເສດ, ເຊິ່ງໄດ້ນຳເອົາທຸງຊາດໃນມື້ເປີດ, ຮູບພາບແລະວີດີໂອໃນການກໍ່ສ້າງ, ຮູບຈຳລອງດ້ານເຕັກໂນໂລຊີແລະເອກະສານທີ່ລ້ຳຄ່າ, ມາສະແດງໃຫ້ເຫັນຂະບວນການທີ່ຫຍຸ້ງຍາກຈາກແຜນການອອກແບບກາຍເປັນຄວາມຈິງຂອງເສັ້ນທາງລົດໄຟຈີນ-ລາວ, ລາວ-ຈີນຢ່າງຮອບດ້ານ.