ວັນທີ 24 ກັນຍາ 2025, ກອງປະຊຸມເວທີເປິກສາຫາລືກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນອູຮັ້ນ ແຂວງຮູເປີຍ. ທ່ານ ນາງ Busadee Santipitaks, ຜູ້ອຳນວຍການກອງເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ໃຫ້ສຳພາດແກ່ເວັບໄຊຈີນວ່າ: ການຮ່ວມມືລະຫວ່າງຈີນກັບບັນດາປະເທດແມ່ນ້ຳຂອງ ນັບມື້ນັບເລິກເຊິ່ງຂຶ້ນຕື່ມອີກ ແລະ ໄດ້ສ້າງຜົນສຳເລັດທີ່ສຳຄັນໃນດ້ານການດຳເນີນການຄົ້ນຄວ້າຮ່ວມກັນ, ການແບ່ງປັນຂໍ້ມູນຕະຫຼອດເວລາ, ການຮັບມືກັບໄພພິບັດແບບປະສານສົມທົບກັນ ແລະອື່ນໆ.
ທ່ານນາງກ່າວວ່າ: “6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ປະຕິບັດວຽກງານບົນພື້ນຖານການເປິກສາຫາລືກັນ ແລະ ການຮ່ວມມືກັນມາໂດຍຕະຫຼອດ. ການປະກອບສ່ວນຂອງຈີນໃນຖານະເປັນປະເທດຢູ່ຕອນເທິງຂອງແມ່ນ້ຳ ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງສຳລັບພວກເຮົາ.”
ທ່ານນາງຍັງຊີ້ໃຫ້ເຫັນວ່າ: ການແບ່ງປັນຂໍ້ມູນດ້ານອຸທົກກະສາດ ແມ່ນໜຶ່ງໃນບັນດາຄວາມຄືບໜ້າທີ່ສຳຄັນໃນຊຸມປີຜ່ານມາ. ນັບແຕ່ປີ 2002 ເປັນຕົ້ນມາ, ກະຊວງຊົນລະປະທານຂອງຈີນ ໄດ້ສະໜອງຂໍ້ມູນດ້ານອຸທົກກະສາດຂອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໃນລະດູຝົນໃຫ້ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ໄດ້ຂະຫຍາຍຂອບເຂດການແບ່ງປັນ ຄື: ສະໜອງຂໍ້ມູນດ້ານອຸທົກກະສາດຕະຫຼອດປີ ນັບແຕ່ເດືອນພະຈິກ ປີ 2020 ເປັນຕົ້ນມາ. ທ່ານນາງກ່າວຕື່ມວ່າ: “ການສະໜອງຂໍ້ມູນເຫຼົ່ານີ້ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃຫ້ແກ່ພວກຂ້າພະເຈົ້າ, ແມ່ນມີຄວາມສຳຄັນທີ່ສຸດສຳລັບບັນດາປະເທດລຸ່ມແມ່ນ້ຳໃນດ້ານການວາງມາດຕະການຕ້ານໄພນ້ຳຖ້ວມ ໂດຍສະເພາະໃນຍາມລະດູ ຝົນ.”
ທ່ານນາງເນັ້ນໜັກວ່າ: ການບໍລິຫານຊັບພະຍາກອນນ້ຳແບບຍືນຍົງໄດ້ຕິດພັນກັນຢ່າງສະໜິດແໜ້ນກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ. ທ່ານນາງກ່າວວ່າ: “ການປ່ຽນແປງຂອງດິນຟ້າອາກາດໄດ້ສົ່ງຜົນກະທົບນັບມື້ນັບພົ້ນເດັ່ນຂຶ້ນ ຊຶ່ງເປັນສິ່ງທ້າທາຍທີ່ພວກເຮົາຕ້ອງຮັບມືຮ່ວມກັນ ແລະ ຕ້ອງແກ້ໄຂບົນພື້ນຖານການຄຸ້ມຄອງໂດຍລວມ ຕໍ່ທົ່ວເຂດລ້ອງແມ່ນ້ຳ ແລະ ກົນໄກການຮ່ວມມືທີ່ມີຢູ່."
ເມື່ອເວົ້າເຖິງກອງປະຊຸມຄັ້ງນີ້, ທ່ານນາງເຫັນວ່າ: ເວທີນີ້ມີຄວາມໝາຍສຳຄັນຍິ່ງເພາະວ່າ “ຢູ່ທີ່ກອງປະຊຸມ, ພວກເຮົາສາມາດຖອດຖອນບົດຮຽນເຊິ່ງກັນແລະກັນ ແລະ ເພີ່ມທະວີການປະສານງານກັນ ຊຶ່ງຈະຊ່ວຍເສີມຂະຫຍາຍທ່າແຮງດ້ານເຕັກນິກຂອງໃຜມັນ ແລະ ບົດບາດຂອງການແລກປ່ຽນຄວາມຮູ້ນຳກັນຢ່າງເຕັມສ່ວນ, ພ້ອມທັງຈະເປັນການຮັດແໜ້ນການຮ່ວມມືອີກບາດກ້າວໜຶ່ງ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມໄດ້ເປັນຢ່າງດີກວ່າເກົ່າ.”
ປີນີ້ເປັນປີຄົບຮອບ 30 ປີແຫ່ງການສ້າງຕັ້ງຄະນະກໍາມາທິການແມ່ນໍ້າຂອງສາກົນ. ໃນເວລາຫວນຄືນຂະບວນການພັດທະນາຂອງອົງການນີ້, ທ່ານ ນາງ Busadee Santipitaks ກ່າວວ່າ: “ສິ່ງສຳຄັນແມ່ນຕ້ອງເພີ່ມທະວີການກໍ່ສ້າງເວທີໂດຍຮ່ວມກັບຈີນຢ່າງຕໍ່ເນື່ອງ ຜ່ານການເປິກສາຫາລື ແລະ ຮ່ວມມືກັນ.”
ເມື່ອຈ້ອງມອງອະນາຄົດ, ທ່ານນາງໄດ້ສະເໜີເປົ້າໝາຍຈຸດສຸມຕ່າງໆ ເຊັ່ນ: ການຍົກສູງຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ການຍາດແຍ່ງເອົາການສະໜັບສະໜູນດ້ານເຕັກນິກ ແລະ ທຶນຮອນ, ການສ້າງຕັ້ງລະບົບເຕືອນໄພ ແລະອື່ນໆ. ທ່ານນາງກ່າວວ່າ: “ນີ້ເປັນການຮ່ວມມືທີ່ຕັ້ງໜ້າ ແລະ ມີລັກສະນະສ້າງສັນ. ການເພີ່ມທະວີການປະສານງານກັບຈີນ ຈະເປັນສິ່ງຮັບປະກັນໃຫ້ພວກເຮົາໃນການປະຍຸກໃຊ້ເຕັກນິກທັນສະໄໝ ແລະ ບົດຮຽນທີ່ກ້າວໜ້າ ເພື່ອຮັບໃຊ້ຄວາມຕ້ອງການຂອງບັນດາປະເທດໄດ້ເປັນຢ່າງດີກວ່າເກົ່າ, ຮັບປະກັນການດຳລົງຊີວິດ ແລະ ຄວາມຜາສຸກຂອງປະຊາຊົນຢູ່ເຂດລ້ອງແມ່ນ້ຳຂອງຢ່າງເປັນຮູບປະທຳ.”