ໃນ​ໄລ​ຍະ​ພັກ​ບຸນ​ໄຫວ້​ພະ​ຈັນ ແລະ ວັນ​ຊາດ​ຈີນ​ປີ​ນີ້, ປະ​ເທດ​ຈີນ​ຈະ​ມີ​ປະ​ຊາ​ຊົນ​ເດີນ​ທາງ​ຂ້າມ​ເຂດ​ແຄວ້ນ​ຫຼາຍກວ່າ 2,3 ຕື້​ເທື່ອ​ຄົນ

CRI, September 30, 2025
Size:

ວັນທີ 28 ກັນຍານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກກະຊວງຄົມມະນາຄົມຂົນສົ່ງຈີນໄດ້ລາຍງານສະພາບການທີ່ກ່ຽວຂ້ອງກັບການຮັບປະກັນດ້ານການບໍລິການຄົມມະນາຄົມ ແລະ ຂົນສົ່ງໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນ.

ໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນປີນີ້ມີ 8 ວັນ, ການອອກເດີນທາງຂອງປະຊາຊົນສ່ວນຫຼາຍແມ່ນໄປທ່ອງທ່ຽວ ແລະ ກັບບ້ານເພື່ອຢ້ຽມຢາມຄອບຄົວຍາດຕິພີ່ນ້ອງ, ຄາດວ່າຈະມີປະຊາຊົນເດີນທາງຂ້າມເຂດແຄວ້ນຫຼາຍກວ່າ 2 ຕື້ 360 ລ້ານເທື່ອຄົນ, ສະເລ່ຍແລ້ວຈະບັນລຸປະມານ 295 ລ້ານເທື່ອຄົນຕໍ່ມື້, ທຽບໃສ່ໄລຍະດຽວກັນຂອງປີກາຍນີ້ (286 ລ້ານເທື່ອຄົນຕໍ່ມື້) ເພີ່ມຂຶ້ນປະມານ 3,2%.