ເດືອນສິງຫາຜ່ານມາ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າທີ່ຈັບຕ້ອງໄດ້ ແລະ ການບໍລິການໃນດຸນບັນຊີການຊຳລະເງິນສາກົນຂອງຈີນເພີ່ມຂຶ້ນ 2%

CRI, September 30, 2025
Size:

ເດືອນສິງຫາຜ່ານມາ, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າທີ່ຈັບຕ້ອງໄດ້ ແລະ ການບໍລິການໃນດຸນບັນຊີການຊຳລະເງິນສາກົນຂອງຈີນໄດ້ບັນລຸ 4.281,8 ຕື້ຢວນ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ລາຍການຕົ້ນຕໍຂອງການຄ້າການບໍລິການ ລວມມີ: ມູນຄ່າການນຳເຂົ້າ-ສົ່ງອອກການບໍລິການດ້ານການທ່ອງທ່ຽວ ບັນລຸ 188,7 ຕື້ຢວນ, ການບໍລິການດ້ານການຂົນສົ່ງບັນລຸ 174,5 ຕື້ຢວນ, ການບໍລິການດ້ານການຄ້າອື່ນໆ ບັນລຸ 99,6 ຕື້ຢວນ, ການບໍລິການດ້ານໂທລະຄົມ, ຄອມພິວເຕີ ແລະ ຂໍ້ມູນຂ່າວສານ ບັນລຸ 58,3 ຕື້ຢວນ.

ຖ້າຄິດໄລ່ເປັນເງິນໂດລາ, ເດືອນສິງຫາປີນີ້, ມູນຄ່າການສົ່ງອອກການຄ້າສິນຄ້າທີ່ຈັບຕ້ອງໄດ້ ແລະ ການບໍລິການໃນດຸນບັນຊີການຊຳລະເງິນສາກົນຂອງຈີນ ໄດ້ບັນລຸ 335,7 ຕື້ໂດລາ, ການນຳເຂົ້າໄດ້ບັນລຸ 264,7 ຕື້ໂດລາ, ໄດ້ປຽບດຸນການຄ້າ 71 ຕື້ໂດລາ.