ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ຍຸດ​ຕິ​ການ​ບໍ​ລິ​ການ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ທັງ​ໝົດ​ເປັນ​ການ​ຊົ່ວ​ຄາວ​ເລີ່ມ​ແຕ່ວັນ​ທີ 30 ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ

CRI, September 29, 2025
Size:

ວັນທີ 28 ກັນຍານີ້, ເວັບໄຊທາງການຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ອອກແຈ້ງການກ່ຽວກັບການຍຸດຕິການບໍລິການຂະບວນລົດໄຟໂດຍສານທັງໝົດເປັນການຊົ່ວຄາວວ່າ: ຍ້ອນໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນບົວລອຍ, ຢູ່ພາກເໜືອຂອງລາວຈະມີຝົນຕົກແຮງ ແລະ ມີຄວາມສ່ຽງຈະເກີດໄພພິບັດດ້ານທໍລະນີສາດລະຫວ່າງວັນທີ 28-30 ກັນຍານີ້. ເພື່ອຮັບປະກັນຄວາມປອດໄພຂອງຜູ້ໂດຍສານ, ເສັ້ນທາງລົດໄຟລາວ-ຈີນຈະຍຸດຕິການບໍລິການຂົນສົ່ງໂດຍສານທັງໝົດເປັນການຊົ່ວຄາວເລີ່ມແຕ່ວັນທີ 30 ກັນຍານີ້ເປັນຕົ້ນໄປ. ຜູ້ໂດຍສານຈະສາມາດຍົກເລີກປີ້ເອົາເງິນຄືນ ຫຼື ປ່ຽນປີ້ອອກເດີນທາງໂດຍບໍ່ເສຍຄ່າທຳນຽມຢູ່ບ່ອນຂາຍປີ້ຂອງສະຖານີລົດໄຟ ຫຼື ຜ່ານທາງ APP LCR Ticket, ສຳລັບປີ້ທີ່ບໍ່ໄດ້ນຳໃຊ້ສາມາດຍົກເລີກປີ້ເອົາເງິນຄືນໄດ້ພາຍໃນເວລາ 30 ວັນ.

ຢູ່ບົນພື້ນຖານການຮັບປະກັນຄວາມປອດໄພ ແລະ ການເປີດບໍລິການຢ່າງຮອບດ້ານ, ເສັ້ນທາງລົດໄຟລາວ-ຈີນຈິ່ງຈະກັບມາບໍລິການຄືນໃໝ່. ຜູ້ໂດຍສານສາມາດຕິດຕາມຂໍ້ມູນທີ່ກ່ຽວຂ້ອງຜ່ານທາງ APP LCR Ticket, ການແຈ້ງການຂອງສະຖານີລົດໄຟ ແລະ ໜ້າ Facebook ຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ.