ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ໄທຄົບຮອບ 50 ປີ, ວັນທີ 26 ກັນຍານີ້, ງານວາງສະແດງການຮ່ວມມືຈີນ-ໄທ 2025 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທ, ພາຍໃຕ້ຫົວຂໍ້ “ຈີນ-ໄທສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ: ກ້າວໄປສູ່ຄວາມຈະເລີນຮຸ່ນເຮືອງຮ່ວມກັນ”
ງານວາງສະແດງຄັ້ງນີ້ດຳເນີນເປັນເວລາ 3 ວັນ, ໄດ້ດຶງດູດວິສາຫະກິດຈີນ ແລະ ໄທຫຼາຍກວ່າ 200 ແຫ່ງຈາກຂົງເຂດຕ່າງໆເຊັ່ນ: ພະລັງງານສະອາດ, ເວທີດີຈີຕອນ, ກະສິກຳ ແລະ ອາຫານ, ການສຶກສາ, ວັດທະນະທຳ ແລະ ຂົງເຂດອື່ນໆເຂົ້າຮ່ວມ, ເນື້ອທີ່ວາງສະແດງຫຼາຍກວ່າ 20.000 ຕາແມັດ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 8.000 ຄົນ.
ງານວາງສະແດງຄັ້ງນີ້ຍັງໄດ້ຈັດເວທີປຶກສາຫາລືກ່ຽວກັບຕ່ອງໂສ້ການສະໜອງ, ງານສຳມະນາວິສາຫະກິດ, ເຂດວາງສະແດງສະເພາະການປະກອບອາຊີບ ແລະ ເຂດວາງສະແດງສະເພາະການສຶກສາ.