ອອກ​ສາຍ​ຟີມ​ໂຄ​ສະ​ນາ​ຮູບ​ເງົາຈີນ​​ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ​ຢູ່​ຫວຽດ​ນາມ

CRI, September 28, 2025
Size:

ວັນທີ 26 ກັນຍານີ້, ຟີມໂຄສະນາຮູບເງົາເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ເຊິ່ງເປັນຮູບເງົາສາລະຄະດີທີ່ມີຄວາມລະອຽດສູງ 8K ທີ່ຖ່າຍທຳຕົວຈິງຢູ່ເທິງຍານອະວະກາດເລື່ອງທຳອິດຂອງຈີນທີ່ວິທະຍຸໂທລະພາບສູນກາງຈີນຫຼື CMG ເປັນຜູ້ນຳພາການຜະລິດ ໄດ້ອອກສາຍຢ່າງໜ້າປະທັບໃຈໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ຈີນຄົບຮອບ 76 ປີ ຢູ່ສະຖານທູດຈີນປະຈຳຫວຽດນາມ ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍຢ່າງກວ້າງຂວາງ. ບຸກຄົນວົງການຕ່າງໆໃນຫວຽດນາມ, ທູຕານຸທູດບັນດາປະເທດປະຈຳຫວຽດນາມພ້ອມດ້ວຍຊາວຈີນແລະຈີນຕ່າງດ້າວຫຼາຍກວ່າ 500 ທ່ານໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ. ກ່ອນພິທີຈັດຂຶ້ນ ໄດ້ສາຍຟີມໂຄສະນາຮູບເງົາ ແລະ ການປະກອບຄຳເຫັນຂອງນັກບິນອະວະກາດເສີນໂຈ່ວ 13.


ໃນຖານະເປັນຜົນງານຮູບເງົາສາລະຄະດີກ່ຽວກັບອະວະກາດຂອງຈີນເລື່ອງທຳອິດທີ່ອອກສາຍຢູ່ຕ່າງປະເທດ, ຟີມໂຄສະນາຮູບເງົາເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ໄດ້ດຶງດູດຄວາມສົນໃຈເປັນຢ່າງສູງຈາກແຂກຜູ້ມີກຽດຈີນແລະຕ່າງປະເທດຈຳນວນຫຼວງຫຼາຍ, ບັນດາຜູ້ຖືກເຊີນຈາກວົງການຕ່າງໆໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຄອງຮອຍສອງປະເທດຈີນ-ຫວຽດນາມລົງເລິກການຮ່ວມມືໃນດ້ານຕ່າງໆເຊັ່ນ: ວິທະຍາສາດເຕັກໂນໂລຊີ ເຊິ່ງລວມທັງວິທະຍາສາດເຕັກໂນໂລຊີດ້ານການບິນອະວະກາດເປັນຕົ້ນ.

ແຫຼ່ງຂ່າວຈາກ: CGTN