ຄ້າຍແລກປ່ຽນລະຫວ່າງນັກທຸລະກິດໜຸ່ມປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025 ຈັດຂຶ້ນຢູ່ນະ​ຄອນລີ້​ຈ່ຽງຂອງຈີນ

CRI, September 28, 2025
Size:

ຄ້າຍແລກປ່ຽນລະຫວ່າງນັກທຸລະກິດໜຸ່ມປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025 ໄດ້ຈັດຂຶ້ນຢູ່ນະຄອນລີ້ຈ່ຽງ ແຂວງຢຸນນານ ຈີນໃນລະຫວ່າງວັນທີ 25-28 ກັນຍານີ້. ຜູ້ຕາງໜ້ານັກທຸລະກິດໜຸ່ມ 80 ກວ່າຄົນຈາກຈີນ, ລາວ, ກໍາປູເຈຍ, ມຽນມາ, ໄທ ແລະ ຫວຽດນາມໄດ້ເຕົ້າໂຮມກັນເພື່ອຮ່ວມກັນສະແຫວງຫາ ການຮ່ວມມືອັນໃໝ່ໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຄ້າຍແລກປ່ຽນຄັ້ງນີ້ໄດ້ເປີດການສ້າງ “ຖານຂໍ້ມູນ ແລະ ກົນໄກປະຕິບັດງານກ່ຽວກັບການຮ່ວມມືລະຫວ່າງນັກທຸລະກິດໜຸ່ມປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຢ່າງເປັນທາງການ. ເວທີດັ່ງກ່າວຈະມີບົດບາດໃນການເກັບກໍາຂໍ້ມູນຂ່າວສານ ເພື່ອສະໜອງການຄໍ້າປະກັນທີ່ຕິດແທດຕົວຈິງໃຫ້ແກ່ການເຊື່ອມໂຍງເຊື່ອມຈອດ ກໍຄືການພັດທະນາທີ່ມີຄຸນນະພາບສູງຂອງພາກພື້ນ.

ໃນເວລາຈັດຄ້າຍແລກປ່ຽນ, ຍັງໄດ້ຈັດກິດຈະກໍາຫຼາກຫຼາຍ ເຊັ່ນ: ການສົນທະນາພາຍໃຕ້ຫົວຂໍ້ຕົ້ນຕໍ, ການນໍາສະເໜີຜົນງານດ້ານອຸດສະຫະກໍາ, ການປຶກສາຫາລືທາງທຸລະກິດ, ການຢ້ຽມຢາມ ແລະ ການສໍາຫຼວດວິສາຫະກິດທີ່ມີເອກະລັກ ເປັນຕົ້ນ. ນັກທຸລະກິດໜຸ່ມທີ່ເຂົ້າຮ່ວມກິດຈະກໍາໄດ້ດໍາເນີນການພົບປະທີ່ຕິດແທດຕົວຈິງໂດຍປິ່ນອ້ອມຂົງເຂດຕ່າງໆ ເຊັ່ນ: ການປະດິດສ້າງດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ການພັດທະນາແບບສີຂຽວ, ກະສິກໍາທັນສະໄໝ, ອຸດສາຫະກຳການຜະລິດແບບອັດສະລິຍະ ເປັນຕົ້ນ, ທັງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນ ແລະ ເຈດຈໍານົງໃນການຮ່ວມມື 20 ກວ່າຂໍ້.