ເວທີສົນທະນາເຕັກນິກໄຟຟ້າ ລາວ-ຈີນ ຄັ້ງທີ I ໄດ້ຈັດຂຶ້ນຢ່າງສຳເລັດຜົນ, ຮ່ວມກັນສ້າງແຜນແມ່ບົດໃໝ່ໃຫ້ແກ່ການຮ່ວມມືດ້ານພະລັງງານໃນພາກພື້ນ

Yunnan Gateway, September 27, 2025
Size:

ວັນທີ 18 ກັນຍາ, ເວທີສົນທະນາເຕັກນິກໄຟຟ້າ ລາວ-ຈີນ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການທີ່ສະຖານີໄຟຟ້ານາຊາຍທອງ, ເຊິ່ງມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືດ້ານໄຟຟ້າລາວ-ຈີນ, ບໍລິການແກ່ຍຸດທະສາດການຫັນປ່ຽນດ້ານພະລັງງານຂອງ ສ.ປ.ປ.ລາວ, ແລະ ສ້າງກຳລັງຂັບເຄື່ອນໃໝ່ໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ. ເວທີສົນທະນາຄັ້ງນີ້ຈັດໂດຍບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T), ໂດຍມີຜູ້ຕາງໜ້າຈາກ, ກະຊວງອຸດສາຫະກຳ ແລະ ການຄ້າ,ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະກຳມະການຄຸ້ມຄອງເຫດສຸກເສີນແຫ່ງຊາດ, ບໍລິສັດທາງລົດໄຟລາວ-ຈີນ, ໂຮງງານໄຟຟ້າທີ່ສຳຄັນພາຍໃນ ສ.ປ.ປ.ລາວ ແລະ 20 ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ບໍລິສັດສະໜອງການບໍລິການດ້ານເຕັກນິກຈາກ ສ.ປ.ຈີນ ເຂົ້າຮ່ວມ, ເພື່ອປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຂົງເຂດໄຟຟ້າ ແລະ ການພັດທະນາພະລັງງານແບບຍືນຍົງໃນພາກພື້ນ.

ໃນຊຸມປີຜ່ານມາ, ພາຍໃຕ້ການຊຸກຍູ້ຂອງບັນດາທ່ານຜູ້ນໍາທັງສອງປະເທດ, ການຮ່ວມມືດ້ານໄຟຟ້າລາວ-ຈີນ ໄດ້ຮັບໝາກຜົນອັນຈົບງາມ. ໂຄງການ EDL-T ໄດ້ຮັບຜົນສໍາເລັດຢ່າງເດັ່ນຊັດ, ຄວາມສາມາດໃນການສະໜອງໄຟຟ້າໃຫ້ແກ່ທາງລົດໄຟລາວ-ຈີນ ໄດ້ຮັບການເພີ່ມທະວີຢ່າງຕໍ່ເນື່ອງ, ຂະໜາດການຄ້າໄຟຟ້າສອງເສັ້ນຈີນ-ລາວໄດ້ລື່ນກາຍ 1,561 ຕື້ kWh ໃນເດືອນສິງຫາປີ 2025.ການຮ່ວມມືດ້ານເຕັກນິກ ແລະ ການສ້າງບຸກຄະລາກອນຮ່ວມກັນຂອງທັງສອງປະເທດນັບມື້ນັບສົມບູນຂຶ້ນ. ພາຍຫຼັງໂຄງການເຊື່ອມຕໍ່ລະບົບໄຟຟ້າ 500 ກິໂລໂວນ ລາວ-ຈີນ ໄດ້ເລີ່ມດໍາເນີນການຢ່າງເຕັມຮູບແບບ, ການເຊື່ອມຕໍ່ຕາໜ່າງໄຟຟ້າຂອງທັງສອງປະເທດກໍາລັງຈະກ້າວເຂົ້າສູ່ບາດກ້າວໃໝ່, ເຊິ່ງຈະກາຍເປັນການຮັບປະກັນພະລັງງານທີ່ໝັ້ນຄົງ ແລະ ເປັນພະລັງຂັບເຄື່ອນອັນແຂງແຮງເພື່ອການພັດທະນາແບບຍືນຍົງຂອງ ສ.ປ.ປ.ລາວ ຢ່າງແທ້ຈິງ.

ໃນໄລຍະເວທີສົນທະນາ, ຫຼາຍພາກສ່ວນໄດ້ບັນລຸຂໍ້ຕົກລົງຮ່ວມກັນ ແລະ ສະເໜີ 3 ຂໍ້ລິເລີ່ມຄື: “ການແບ່ງປັນເຕັກນິກ, ການສ້າງບຸກຄະລາກອນຮ່ວມກັນ ແລະ ການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນ”. ດ້ານການແບ່ງປັນເຕັກນິກ: ຈະນຳໃຊ້ປະສົບການຂອງບໍລິສັດ CSG ເພື່ອສົ່ງເສີມການນຳໃຊ້ເຕັກນິກ ແລະ ມາດຕະຖານຕ່າງໆ ເຊັ່ນ: ການສົ່ງໄຟຟ້າແຮງດັນສູງພິເສດ ແລະ ລະບົບຈ່າຍໄຟອັດສະລິຍະ ໃຫ້ກາຍເປັນຈິງໃນ ສ.ປ.ປ.ລາວ. ດ້ານການສ້າງບຸກຄະລາກອນຮ່ວມກັນ: ຈະສ້າງລະບົບຫຼັກສູດມາດຕະຖານໃນການວາງແຜນລະບົບໄຟຟ້າ, ການຄຸມລະບົບ, ການດຳເນີນງານ ແລະ ການບຳລຸງຮັກສາ, ພ້ອມທັງຂະຫຍາຍການຝຶກອົບຮົມບຸກຄະລາກອນຫຼັກຂອງລາວຢ່າງຕໍ່ເນື່ອງ. ດ້ານການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນ: ຈະຊຸກຍູ້ການຍົກລະດັບຄວາມໝັ້ນຄົງໃນການສະໜອງໄຟຟ້າຢູ່ເຂດນະຄອນຫຼວງວຽງຈັນ ແລະ ຕາມເສັ້ນທາງລົດໄຟລາວ-ຈີນ, ລວມທັງການກໍ່ສ້າງໂຄງການທົດລອງເພື່ອຫຼຸດຜ່ອນການສູນເສຍຂອງລະບົບຈຳໜ່າຍ, ແລະ ສຶກສາການສ້າງຕັ້ງກົນໄກຮ່ວມມືສຸກເສີນດ້ານໄຟຟ້າ, ພ້ອມທັງເສີມສ້າງມິດຕະພາບລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນຜ່ານໂຄງການເພື່ອສັງຄົມຕ່າງໆ.

ໃນເວທີສົນທະນາ ບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ໄດ້ແລກປ່ຽນປະສົບການພາກຕົວຈິງຂອງ “ການນຳໃຊ້ເຕັກນິກເພື່ອຍົກລະດັບການດຳເນີນງານ ແລະ ບຳລຸງຮັກສາຕາຂ່າຍໄຟຟ້າຫຼັກ” . ດ້ວຍການນຳເອົາລະບົບການກວດກາແບບປະສົມປະສານ “ທາງອາກາດ, ພື້ນດິນ ແລະ ທາງອະວະກາດ” ຂອງບໍລິສັດ CSG ແລະ ຮູບແບບການດຳເນີນງານ ແລະ ບຳລຸງຮັກສາສະຖານີໄຟຟ້າແບບອັດສະລິຍະມາປັບໃຊ້, ການຍົກລະດັບຕາຂ່າຍໄຟຟ້າຫຼັກຂອງ ສ.ປ.ປ.ລາວ ຈຶ່ງມີຜົນສຳເລັດທີ່ເດັ່ນຊັດ: ໃນປີ 2025, ອັດຕາການຂັດຂ້ອງຂອງສາຍສົ່ງໄຟຟ້າຫຼຸດລົງ 33.3% ເມື່ອທຽບກັບປີຜ່ານມາ, ແລະ ບໍ່ມີການເກີດເຫດໄຟຟ້າດັບໃນວົງກວ້າງເລີຍ; ສະຖານີໄຟຟ້າຫຼັກເຊັ່ນ: ສະຖານີໄຟຟ້າ 230 ກິໂລໂວນ ນາຊາຍທອງ ໄດ້ສຳເລັດການປັບປຸງໃຫ້ເປັນລະບົບອັດສະລິຍະ, ໂດຍນຳໃຊ້ລະບົບ AI ເພື່ອຄົ້ນຫາຂໍ້ບົກຜ່ອງຕ່າງໆ ໂດຍອັດຕະໂນມັດ, ເຊິ່ງໄດ້ຊ່ວຍເພີ່ມປະສິດທິພາບການກວດກາໃຫ້ສູງຂຶ້ນກວ່າ 50%; ສາຍສົ່ງໄຟຟ້າສາມາດສ້າງແບບຈຳລອງ 3 ມິຕິດ້ວຍໂດຣນໄດ້ຢ່າງຄົບຊຸດ, ແລະ ດ້ວຍການນຳໃຊ້ອຸປະກອນຕ່າງໆ ເຊັ່ນ: ລະບົບຊອກຫາຈຸດເກີດຟ້າຜ່າ, ເຮັດໃຫ້ຄວາມຖືກຕ້ອງໃນການຊອກຫາຈຸດຂັດຂ້ອງຂອງສາຍສົ່ງໄຟຟ້າບັນລຸໄດ້ 100%. ພ້ອມດຽວກັນນີ້, “ມາດຕະຖານການຄຸ້ມຄອງການດຳເນີນງານສະຖານີໄຟຟ້າແບບມີລະບົບ” ລວມທັງໝົດ 2 ມາດຕະຖານທີ່ EDL-T ໄດ້ຈັດພິມ, ໄດ້ກາຍເປັນມາດຕະຖານດ້ານໄຟຟ້າຊຸດທຳອິດຂອງ ສ.ປ.ປ.ລາວ ທີ່ມີການນຳໃຊ້ຢ່າງກວ້າງຂວາງ, ເຊິ່ງເປັນການເຕີມເຕັມຊ່ອງຫວ່າງໃນຂະແໜງການດັ່ງກ່າວ. ດ້ານການພັດທະນາບຸກຄະລາກອນ, ຜ່ານກົນໄກຕ່າງໆ ເຊັ່ນ: “ພັນທະມິດຊ່າງຝີມື”, ເຮັດໃຫ້ ພະນັກງານບຳລຸງຮັກສາສະຖານີໄຟຟ້າ 53% ສາມາດນຳໃຊ້ລະບົບມາດຕະຖານໄດ້, ພະນັກງານບຳລຸງຮັກສາສາຍສົ່ງຈາກ ລັດວິສາຫະກິດໄຟຟ້າລາວ (EDL) ຫຼາຍກວ່າ 30 ຄົນມີຄວາມສາມາດໃນການບັງຄັບໂດຣນ, ແລະ 30 ຄົນມີທັກສະຂັ້ນສູງເຊັ່ນ: ການປະຕິບັດງານໃນຂະນະທີ່ມີກະແສໄຟຟ້າ (live-line working).

20 ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ບໍລິສັດສະໜອງການບໍລິການດ້ານເຕັກນິກໄຟຟ້າຈາກ ສ.ປ.ຈີນ ໄດ້ນຳສະເໜີເຕັກນິກ ແລະ ວິທີແກ້ໄຂບັນຫາທີ່ກ້າວໜ້າໃນຂົງເຂດຕ່າງໆ ເຊັ່ນ: ການກວດກາສະຖານີໄຟຟ້າ ແລະ ສາຍສົ່ງໄຟຟ້າແບບອັດສະລິຍະ, ການຕິດຕາມແບບອອນລາຍ, ແລະ ການສື່ສານຜ່ານດາວທຽມ, ຜ່ານຮູບແບບທີ່ຫຼາກຫຼາຍ ເຊັ່ນ: ການສະແດງຜະລິດຕະພັນຕົວຈິງ, ແຜ່ນວາດ ແລະ ວິດີໂອ, ເພື່ອເປັນການສະໜອງການສະໜັບສະໜູນດ້ານເຕັກນິກ ແລະ ການບໍລິການທີ່ແຂງແກ່ນໃຫ້ແກ່ການເພີ່ມທະວີການຮ່ວມມືດ້ານໄຟຟ້າລາວ-ຈີນ.

ບັນດາພາກສ່ວນທີ່ເຂົ້າຮ່ວມເວທີສົນທະນາໄດ້ເຫັນດີເປັນເອກະພາບກັນວ່າ, ຄວາມສຳເລັດຂອງການຈັດເວທີສົນທະນາເຕັກນິກໄຟຟ້າ ລາວ-ຈີນ ຄັ້ງທີ I ແມ່ນການສ້າງເວທີອັນສຳຄັນເພື່ອເພີ່ມທະວີການຮ່ວມມືດ້ານເຕັກນິກ, ການສ້າງບຸກຄະລາກອນ ແລະ ການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເຊິ່ງຈະຊຸກຍູ້ການຮ່ວມມືດ້ານໄຟຟ້າລາວ-ຈີນ ໃຫ້ກ້າວໄປສູ່ລະດັບທີ່ສູງຂຶ້ນ, ແລະ ປະກອບສ່ວນເຂົ້າໃນການເຊື່ອມໂຍງພະລັງງານໃນພາກພື້ນ ແລະ ການພັດທະນາແບບຍືນຍົງ.