ຕອນເຊົ້າວັນທີ 18 ກັນຍານີ້, ກອງປະຊຸມເວທີປຶກສາຫາລືຊ່ຽງຊ່ານປັກກິ່ງຄັ້ງທີ 12 ໄດ້ໄຂຂຶ້ນຢູ່ສູນປະຊຸມສາກົນປັກກິ່ງຂອງຈີນ.
ກອງປະຊຸມດັ່ງກ່າວມີຜູ້ຕາງໜ້າ ແລະນັກວິຊາການທີ່ມາຈາກ 100 ກວ່າປະເທດ, ເຂດແຄວ້ນ ແລະອົງການຈັດຕັ້ງສາກົນ ທັງໝົດ 1800 ກວ່າທ່ານເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເດັດດ່ຽວປົກປັກຮັກສາຄວາມເປັນທຳດ້ານປະຫວັດສາດ, ຊຸກຍູ້ການປະຕິຮູບ ແລະການປັບປຸງລະບົບບໍລິຫານທົ່ວໂລກ, ປົກປັກຮັກສາສັນຕິພາບ ແລະຮ່ວມກັນສ້າງກຳແພງແຫ່ງຄວາມໝັ້ນຄົງດ້ວຍການກະທຳຕົວຈິງ.