ງານ​ວາງ​ສະ​ແດງອຸດສາຫະກຳວັດທະນະທໍາ ແລະ ການ​ທ່ອງ​ທ່ຽວ​ຈີນ 2025 ໄຂ​ຂຶ້ນ​ຢູ່​ນະ​ຄອນ​ອູຮັ້ນແຂວງ​ຫູ​ເປີຍ

CRI, September 27, 2025
Size:

ວັນທີ 12 ກັນຍານີ້, ງານວາງສະແດງອຸດສາຫະກຳວັດທະນະທໍາ ແລະ ການທ່ອງທ່ຽວຈີນ 2025 ໄຂຂຶ້ນຢູ່ນະຄອນອູຮັ້ນແຂວງຫູເປີຍ ພາຍໃຕ້ຫົວຂໍ້ “ລົງເລິກການເຊື່ອມໂຍງວັດທະນະທຳ ແລະ ການທ່ອງທ່ຽວ, ມີຄວາມສຸກກັບຊີວິດທີ່ດີງາມ”, ງານວາງສະແດງຄັ້ງນີ້ ປະກອບມີ 4 ບົດບາດ ຄື: “ການວາງສະແດງ, ການສະແດງ, ການຈຳໜ່າຍ ແລະ ການທ່ອງທ່ຽວ”, ມີວິສາຫະກິດເກືອບ 2.000 ແຫ່ງທີ່ມາຈາກບັນດາແຂວງ,ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນເຂົ້າຮ່ວມ. 

ງານດັ່ງກ່າວຈະດຳເນີນເປັນເວລາ 3 ວັນ, ເນື້ອທີ່ການວາງສະແດງມີເຖິງ 100.000 ຕາແມັດ ໂດຍສຸມໃສ່ວາງສະແດງໝາກຜົນຂອງການພັດທະນາ ແລະ ການປະຕິບັດຕົວຈິງທີ່ປະດິດສ້າງດ້ານອຸດສາຫະກຳວັດທະນະທຳ ແລະ ການທ່ອງທ່ຽວທົ່ວປະເທດຈີນ, ພ້ອມກັນນັ້ນຈະຈັດງານແລກປ່ຽນການຄ້າຫຼາຍຄັ້ງ, ຈັດກິດຈະກຳຕ່າງໆ ເພື່ອນຳສະເໜີສິນຄ້າໃໝ່ເປັນຄັ້ງທຳອິດ, ການສະແດງຄັ້ງທຳອິດ ກໍຄື ການຖ່າຍທອດສົດ “ວັນຊຸບເປີຍີ່ຫໍ້” ທາງອອນລາຍ ແລະ ອື່ນໆ.