​ຈັດກອງປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ ແລະ ຄວາມ​ປອດ​ໄພ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ

lmcchina.org, September 24, 2025
Size:

ວັນທີ 15 ກັນຍາ 2025, ກອງປະຊຸມລະດັບລັດຖະມົນຕີກ່ຽວກັບການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມປອດໄພແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານຫວາງສ້ຽວຫົງ ທີ່ເປິກສາແຫ່ງລັດ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນຊີ້ໃຫ້ເຫັນວ່າ: ປີນີ້ ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃກ້ຈະກ້າວເຂົ້າສູ່ປີທີ 10 ແລ້ວ. ໃນຊຸມປີມໍ່ໆມານີ້, ພາກສ່ວນປະຕິບັດກົດໝາຍຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນໃນກອງປະຊຸມຜູ້ນຳວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຈິງຈັງ, ຮ່ວມກັນປົກປັກຮັກສາຄວາມປອດໄພ ແລະ ຄວາມສະຫງົບຢູ່ພາກພື້ນ, ໄດ້ຮັບຜົນງານຈາກການຮ່ວມມືຕ່າງໆ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາປະເທດ.

ທ່ານຫວາງສ້ຽວຫົງໃຫ້ຮູ້ຕື່ມວ່າ: ຈີນຍິນດີຮ່ວມກັບຝ່າຍຕ່າງໆປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມການບໍລິຫານໂລກຢ່າງຕັ້ງໜ້າ, ປັບປຸງຂອບການບໍລິຫານຄວາມໝັ້ນຄົງໃນພາກພື້ນໃຫ້ສົມບູນຂຶ້ນ, ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອສະໜັບສະໜູນການສ້າງສູນການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມປອດໄພສັງລວມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນຍົກສູງຂີດຄວາມສາມາດດ້ານການປະຕິບັດກົດໝາຍ, ຮ່ວມກັນສ້າງບ້ານເມືອງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີສັນຕິພາບ ສະຫງົບ ຈະເລີນຮຸ່ງເຮືອງ ສວຍງາມ ແລະ ໄມຕີຈິດມິດຕະພາບ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງລົງສູ່ລວງເລິກຢ່າງໜັກແໜ້ນ.

ຜູ້ແທນປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກ່າວວ່າ: ຈະຈັດຕັ້ງປະຕິບັດຜົນງານຂອງກອງປະຊຸມຢ່າງຕັ້ງໜ້າ, ດຳເນີນການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມປອດໄພຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ດີກວ່າເກົ່າ.

ໃນກອງປະຊຸມຄັ້ງນີ້ຍັງໄດ້ຮັບຮອງເອົາ “ຖະແຫຼງການຮ່ວມກ່ຽວກັບການລົງເລິກການຮ່ວມມືເພື່ອປາບປາມອາດຊະຍາກຳຂ້າມຊາດ” ແລະ “ຖະແຫຼງການຮ່ວມກ່ຽວກັບການລົງເລິກການຮ່ວມມືດ້ານການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງ”.