ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດນຳໃຊ້ເປັນຕົ້ນມາ, ເນື່ອງຈາກການບໍລິການຂົນສົ່ງມີຄວາມສະດວກວ່ອງໄວ ແລະ ມີປະສິດທິພາບສູງ, ເຄືອຂ່າຍຈໍລະຈອນສິນຄ້າຂ້າມຊາດທີ່ກວ້າງຂວາງ ແລະ ການຮ່ວມມືດ້ານເສດຖະກິດໃນພາກພື້ນ, ທາງລົດໄຟລາວ-ຈີນຈຶ່ງໄດ້ກາຍເປັນ “ເສັ້ນທາງຄຳ” ທີ່ເຊື່ອມໂຍງເຊື່ອມຈອດລະຫວ່າງຈີນ ແລະ ອາຊຽນ. ຂໍ້ມູນຈາກດ່ານພາສີຄຸນໝິງສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 19 ກັນຍານີ້, ປະລິມານການຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກຕາມເສັ້ນທາງລົດໄຟລາວ-ຈີນລື່ນກາຍ 15 ລ້ານໂຕນ ມີມູນຄ່າຫຼາຍກວ່າ 65,3 ຕື້ຢວນ.