ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊ​ຽນ​ຄັ້ງ​ທີ 22 ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ

CRI, September 24, 2025
Size:

ວັນທີ 21 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 22 ທີ່ຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໄດ້ອັດລົງ. ໃນໄລຍະຈັດງານວາງສະແດງດັ່ງກ່າວ ໄດ້ເຊັນສັນຍາການຮ່ວມມືຫຼາຍກວ່າ 500 ສະບັບ ແລະ ການຮ່ວມມືໂຄງການໃນຂົງເຂດຈະເລີນໃໝ່ໄດ້ກາຍເປັນຈຸດເດັ່ນ. 

ງານວາງສະແດງຄັ້ງນີ້ໄດ້ດຶງດູດວິສາຫະກິດ 3.200 ກວ່າແຫງຈາກ 60 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ນັບມາຮອດເວລາ 14 ໂມງຂອງວັນທີ 21 ກັນຍານີ້, ມີຜູ້ເຂົ້າຊົມງານ 221.000 ກວ່າເທື່ອຄົນ ແລະ ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.

ອັດຕາສ່ວນຂອງຜະລິດຕະພັນເຕັກໂນໂລຊີລະດັບສູງ ແລະ ໃໝ່ທີ່ໄດ້ນຳມາວາງສະແດງໃນງານຄັ້ງນີ້ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນນັ້ນ, ຜະລິດຕະພັນ AI ຫຼື ຜະລິດຕະພັນທີ່ໄດ້ເພີ່ມເຕັກໂນໂລຊີ AI ເຂົ້າໄປໄດ້ກວມຫຼາຍກວ່າ 50% ຂອງຜະລິດຕະພັນທີ່ວາງສະແດງທັງໝົດ. ຫໍວາງສະແດງປັນຍາປະດິດທີ່ໄດ້ສ້າງຕັ້ງເປັນຄັ້ງທຳອິດໄດ້ວາງສະແດງຜະລິດຕະພັນ 1.200 ລາຍການ  ກວມເອົາຮູບຈຳລອງຂະໜາດໃຫຍ່ປະມານ 20 ລາຍການ, ຫຸ່ນຍົນອັດສະລິຍະ 60 ເຄື່ອງ, ໂປແກມ ຫຼື ລະບົບບໍລິການດີຈີຕອນ 230 ລະບົບ, ຜະລິດຕະພັນ AI 520 ອັນ ແລະອື່ນໆ. ຕາມສະຖິຕິ, ໃນໄລຍະຈັດງານວາງສະແດງ, ໄດ້ລົງນາມໃນໂຄງການຮ່ວມມືດ້ານເສດຖະກິດການຄ້າຫຼາຍກວ່າ 500 ໂຄງການ, ໃນນັ້ນ ໂຄງການ “AI+” ມີເຖິງ 44 ໂຄງການ.