ເຈົ້າ​ຊີ​ວິດແຫ່ງຣາ​ຊະ​ອາ​ນາ​ຈັກ​ໄທອະ​ນຸ​ມັດ​​ບັນ​ຊີລາຍ​ຊື່ຄະ​ນະ​ລັດ​ຖະ​ບານ ຊຸດ​ໃໝ່

CRI, September 24, 2025
Size:

ວັນທີ 19 ກັນຍານີ້, ສົມເດັດ ວະຊິຣາລົງກອນ ເຈົ້າຊີວິດແຫ່ງຣາຊະອານາຈັກໄທໄດ້ປະກາດພະຣາຊະໂອງການ ໂດຍໄດ້ອະນຸມັດບັນຊີລາຍຊື່ຄະນະລັດຖະບານຊຸດໃໝ່ ທີ່ຍື່ນໂດຍ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີຄົນໃໝ່ຂອງໄທ.

ຄະນະລັດຖະບານໄທຊຸດໃໝ່ປະກອບມີສະມາຊິກ 36 ທ່ານ ໂດຍແມ່ນທ່ານ ອະນຸທິນ ຊານວີຣະກູນ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ແລະຮອງນາຍົກລັດຖະມົນຕີມີທັງໝົດມີ 6 ທ່ານ. ວັນທີ 24 ກັນຍານີ້, ທ່ານ ອະນຸທິນ ຊານວີຣະກູນຈະນຳພາຄະນະລັດຖະບານຊຸດໃໝ່ເຂົ້າສາບານຕົນຮັບຕຳແໜ່ງຕໍ່ເຈົ້າຊີວິດແຫ່ງຣາຊະອານາຈັກໄທ.