
ວັນທີ 18 ກັນຍານີ້, ຈີນແລະປະເທດສະມາຊິກອາຊຽນຮ່ວມກັນເລີ່ມດຳເນີນການກໍ່ສ້າງສູນຮ່ວມມືນຳໃຊ້ປັນຍາປະດິດລະຫວ່າງຈີນ-ອາຊຽນ.
ສູນຮ່ວມມືນຳໃຊ້ປັນຍາປະດິດແມ່ນຜົນງານທີ່ສຳຄັນດ້ານການຮ່ວມມືໃນຂົງເຂດປັນຍາປະດິດຫຼື AI ລະຫວ່າງຈີນ-ອາຊຽນ, ໃນອະນາຄົດ, ຈີນແລະອາຊຽນຈະເພີ່ມທະວີການຮ່ວມມືໃນການແບ່ງປັນຊັບພະຍາກອນ, ການສ້າງຄວາມສາມາດ, ການພັດທະນາບຸກຄະລາກອນແລະອື່ນໆໃນດ້ານ AI, ຊຸກຍູ້ໃຫ້ໂຄງການຮ່ວມມືຕົວຈິງໄດ້ຮັບການຈັດຕັ້ງປະຕິບັດ. ເຮັດໃຫ້ຜົນງານໃນການພັດທະນາສ້າງຜົນປະໂຫຍດແກ່ແຕ່ລະປະເທດແລະປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນ-ອາຊຽນໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ.