ຍອດ​ມູນ​ຄ່າ​ນຳ​ເຂົ້າ-​ສົ່ງອອກ​ຂອງ​ຈີນ​ທີ່​ມີ​ຕໍ່​ອາ​ຊຽນ​ເພີ່ມ​ຂຶ້ນ​ເປັນ​ເວ​ລາ 18 ເດືອນ​ລຽນ​ຕິດ

CRI, September 22, 2025
Size:

ອີງຕາມຕົວເລກສະຖິຕິຫຼ້າສຸດທີ່ອົງການພາສີຈີນເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ໃນ 8 ເດືອນຕົ້ນປີນີ້, ຍອດມູນຄ່ານຳເຂົ້າ-ສົ່ງອອກສິນຄ້າທີ່ຈັບຕ້ອງໄດ້ຂອງຈີນທີ່ມີຕໍ່ອາຊຽນໄດ້ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ໄລຍະດຽວກັນປີກາຍນີ້ ແລະໄດ້ເພີ່ມຂຶ້ນເປັນເວລາ  18 ເດືອນລຽນຕິດ. ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ.

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 22 ຈະຈັດຂຶ້ນໃນກາງເດືອນກັນຍານີ້, ເຂດການຄ້າເສລີຈີນ-ອາຊຽນພວມກ້າວເຂົ້າສູ່ສະບັບ 3,0  ເຊິ່ງຈະເປີດກວ້າງຂົງເຂດຮ່ວມມືລະຫວ່າງສອງຝ່າຍ ແລະຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນຕື່ມອີກ.