
ວັນທີ 17 ກັນຍານີ້, ພິທີເຊັນສັນຍາໂຄງການກອງທຶນພິເສດການຮ່ວມມືແມ່ລ້ານຊ້າງ-ແມ່ນ້ຳຂອງປີ 2025ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ. ທ່ານນາງປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ, ທ່ານວ່າງເວີນປີ່ນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍໄດ້ເຮົ້າຮ່ວມພິທີດັ່ງກ່າວ.
ທ່ານນາງປຣາກ ໂຊຄົນກ່າວວ່າ: ກອງທຶນພິເສດການຮ່ວມມືແມ່ລ້ານຊ້າງ-ແມ່ນ້ຳຂອງແມ່ນກຳລັງແຮງສຳຄັນໃນການລົງເລິກການເຊື່ອມໂຍງເຂົ້າກັນຂອງພາກພື້ນຢ່າງເລິກເຊິ່ງຕື່ມອີກແລະການຊຸກຍູ້ການພັດທະນາແບບຍືນຍົງຂອງປະເທດສະມາຊິກທັງໝົດ, ກຳປູເຈຍພະຍາຍາມຮ່ວມມືຢ່າງແໜ້ນແຟ້ນກັບຈີນແລະປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງອື່ນໆໃນທຸກລະດັບ, ເພື່ອບັນລຸວິໄສທັດຂອງການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີສັນຕິພາບ, ຄວາມຈະເລີນຮຸ່ງເຮືອງແລະການພັດທະນາແບບຍືນຍົງ.
ທ່ານວ່າງເວີນປີ່ນກ່າວວ່າ: ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ນັບມາຮອດປັດຈຸບັນນີ້ຈີນໄດ້ນຳໃຊ້ກອງທຶນພິເສດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສະໜັບສະໜູນກຳປູເຈຍດຳເນີນ 108 ໂຄງການ, ເຊິ່ງກວມເອົາຫຼາຍຂົງເຂດ ເຊັ່ນ: ການຫຼຸດຜ່ອນຄວາມທຸກຍາກ, ການເກັບກູ້ລະເບີດ, ການສຶກສາ, ການປ້ອງກັນແລະປິ່ນປົວພະຍາດເຂດຮ້ອນ, ການສ້ອມແປງເຮືອນຢູ່ແກ່ປະຊາຊົນທີ່ປະສົບໄພແລະຂົງເຂດອື່ນໆ. ຈີນຍິນດີຮ່ວມກັນກັບປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕ່າງໆທີ່ລວມທັງກຳປູເຈຍເພີ່ມທະວີຄວາມສາມັກຄີແລະການປະສານງານກັນຕື່ມອີກ, ສ້າງໂຄງການທີ່ດີເດັ່ນໃຫ້ຫຼາຍກວ່າເກົ່າ, ຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.