ໃນລະຫວ່າງກາງຫາທ້າຍເດືອນກັນຍານີ້, ການຝຶກຊ້ອມຮ່ວມກອງທັບອາກາດລະຫວ່າງຈີນ-ໄທພາຍໃຕ້ລະຫັດ “ແຮ້ງ-2025” ຈະຈັດຂຶ້ນຢູ່ປະເທດໄທ, ຈີນຈະສົ່ງເຮືອບິນຫຼາຍປະເພດ ແລະ ກຳລັງປ້ອງກັນອາກາດເຂົ້າຮ່ວມ. ການຝຶກຊ້ອມເທື່ອນີ້ມີຜົນດີຕໍ່ການຍົກລະດັບສິລະປະຍຸດ-ຍຸດທະວິທີໃນການຕໍ່ສູ້ຂອງທະຫານທັງສອງຝ່າຍ, ລົງເລິກຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງກອງທັບຈີນ-ໄທ.