ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ ຕັ້ງ​ໜ້າ​ປະ​ຕິ​ບັດ​ລັດ​ທິ​ຫຼາຍ​ຝ່າຍ

CRI, September 21, 2025
Size:

ວັນທີ 17 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ ຄັ້ງທີ 22 ໄດ້ໄຂຂຶ້ນຢູ່ນະຄອນ ນານນິງ ເຂດກວາງຊີຈີນ, ໃນປີມໍ່ໆມານີ້, ຈີນແລະອາຊຽນໄດ້ຮັບການບຸກທະລຸໃໝ່ຢ່າງບໍ່ຢຸດຢັ້ງໃນການຊຸກຍູ້ການເຊື່ອມໂຍງເສດຖະກິດຂອງພາກພື້ນ, ໄດ້ປະຕິບັດລັດທິຫຼາຍຝ່າຍຢ່າງສຸດຂີດ ທ່າມກາງສະຖານະການສາກົນທີ່ມີການປ່ຽນແປງແລະຄວາມປັ່ນປ່ວນ.

ຜົນການສຳຫຼວດຄວາມຄິດເຫັນຊາວເນັດທົ່ວໂລກ ທີ່ຈັດຂຶ້ນໂດຍ ເວັບໄຊໂທລະພາບສາກົນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 92,8% ເຫັນວ່າ: ການຈັດງານວາງສະແດງສິນຄ້າຈີນ-ອາຊຽນໄດ້ສະແດງໃຫ້ເຫັນວ່າ ຈີນແລະອາຊຽນມີຄວາມຕັດສິນໃຈ ໃນການຕັ້ງໜ້າຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ແລະປົກປ້ອງລະບົບການຄ້າເສລີ ແລະການຄ້າຫຼາຍຝ່າຍຜູ້ ຕອບແບບສອບຖາມ 93,9% ມີຄວາມເຫັນວ່າ, ຈີນແລະປະເທດສະມາຊິກອາຊຽນສ້າງການພົວພັນດ້ານເສດຖະກິດການຄ້າທີ່ແໜ້ນແຟ້ນກວ່າເກົ່າ ຈະນຳເອົາຄວາມແນ່ນອນມາໃຫ້ການຟື້ນຟູເສດຖະກິດໂລກຜູ້ຕອບແບບສອບຖາມ 91,3% ເຫັນວ່າ, ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ ສອດຄ່ອງກັບກະແສຍຸກສະໄໝທີ່ສະແຫວງຫາສັນຕິພາບແລະການພັດທະນາ.

ການສຳຫຼວດດັ່ງກ່າວໄດ້ຈັດຂຶ້ນໂດຍຜ່ານທາງສື່ອອນລາຍຕ່າງໆດ້ວຍພາສາອັງກິດ, ແອັດສະປາຍ, ຝະຣັ່ງ, ອາຣັບແລະຣັດເຊຍຂອງ CGTN, ມີຜູ້ຕອບແບບສອບຖາມແລະສະແດງຄວາມເຫັນ 6.260 ຄົນພາຍໃນ 24 ຊົ່ວໂມງ.