ທ່ານ ເຢ່ນຕົ່ງ (Yan dong), ຮອງລັດຖະມົນຕີກະຊວງການຄ້າ ສປ ຈີນ ໄດ້ມີຄຳເຫັນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ຫ້ອງການຖະແຫຼງຂ່າວ ຄະນະລັດຖະບານໃນວັນທີ 8 ກັນຍາ 2025 ວ່າ: ປະເທດຈີນຈະເພີ່ມທະວີການລົງທຶນຕໍ່ການຮ່ວມມືໃນອະນຸພາກພື້ນເຊັ່ນ ເຂດການເຕີບໂຕຈີນ-ພາກຕາເວັນອອກຂອງອາຊຽນ ແລະ ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເປັນຕົ້ນ ເພື່ອເພີ່ມທະວີກຳລັງແຮງຂັບເຄື່ອນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນ-ອາຊຽນຢ່າງຕໍ່ເນື່ອງ.
ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 22 ໄດ້ຈັດຂຶ້ນຢູ່ນະຄອນນານນິງ ເຂດປົກ ຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ລະຫວ່າງວັນທີ 17 ຫາ 21 ກັນຍາ 2025 ໂດຍມີວິສາຫະກິດ ປະມານ 3.200 ແຫ່ງຈາກ 45 ປະເທດເຂົ້າຮ່ວມ.
ທ່ານ ເຢ່ນຕົ່ງ ມີຄຳເຫັນຕື່ມວ່າ: ໃນຊຸມປີທີ່ຜ່ານມາ ການແລກປ່ຽນພົວພັນກັນດ້ານການຄ້າລະຫວ່າງຈີນ ກັບ ບັນດາປະເທດສະມາຊິກອາຊຽນໄດ້ຮັກສາທ່າອ່ຽງທີ່ດີ. ຝ່າຍຈີນຈະສືບຕໍ່ຊຸກຍູ້ການກໍ່ສ້າງ ແລະ ຍົກລະດັບເຂດການຄ້າເສລີຈີນ-ອາຊຽນ, ປະຕິບັດສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຢ່າງມີຄຸນນະພາບສູງ.
ນອກນັ້ນ, ຝ່າຍຈີນຍິນດີຈະເພີ່ມທະວີການນຳເຂົ້າຜະລິດຕະພັນທີ່ມີເອກະລັກສະເພາະ ແລະ ມີທ່າແຮງຂອງອາຊຽນ ເຊັ່ນ: ໝາກໄມ້ແຖບຮ້ອນ ແລະ ກາເຟ ເປັນຕົ້ນ. ພ້ອມກັນນີ້, ຈະລົງເລິກການຮ່ວມມືດ້ານການຄ້າອີເລັກໂຕຣນິກກັບບັນດາປະເທດສະມາຊິກອາຊຽນ ເພື່ອເພີ່ມກຳລັງແຮງຂັບເຄື່ອນໃໝ່ໃຫ້ແກ່ການຂະຫຍາຍຕົວດ້ານການຄ້າຢ່າງຕໍ່ເນື່ອງ.
ທ່ານ ເຢ່ນຕົ່ງຍັງມີຄຳເຫັນຕື່ມອີກວ່າ: ຝ່າຍຈີນຈະເລັ່ງລັດການສ້າງຊ່ອງທາງການຄ້າສາກົນໃໝ່ທາງບົກ ແລະ ທາງທະເລ, ເພີ່ມທະວີຄວາມເຂັ້ມແຂງ ແລະ ຄວາມມີຊີວິດຊີວາຂອງຊ່ອງທາງນີ້, ຮ່ວມກັບອາຊຽນ ປົກປັກຮັກສາການຈໍລະຈອນສິນຄ້າ ແລະ ການບໍລິການທີ່ສຳຄັນຢ່າງໂລ່ງລ່ຽນ, ປະສານງານກັນເພື່ອຮັບມືກັບສິ່ງທ້າທ່າຍຕ່າງໆ ເຊັ່ນ: ບັນຫາການສະໜອງທີ່ບໍ່ຕໍ່ເນື່ອງ ເພື່ອສ້າງລະບົບຕ່ອງໂສ້ການຜະລິດ ແລະ ການສະໜອງໃນພາກພື້ນທີ່ໝັ້ນຄົງກວ່າເກົ່າ ແລະ ສະດວກກວ່າເກົ່າ ບົນພື້ນຖານທ່າແຮງທຽບຖານ.