ເປີດງານສິລະປະວັດທະນະທໍາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 13

lmcchina.org, September 21, 2025
Size:

ວັນທີ 5 ກັນຍາ 2025 ກອງປະຊຸມຖະແຫຼງຂ່າວກ່ຽວກັບງານສິລະປະວັດທະນະທໍາຂອງສປ ຈີນ ແລະ ປະເທດລຽບຕາມແມ່ນ້ຳຂອງ ຄັ້ງທີ 13 ໄດ້ຈັດຂຶ້ນຢູ່ທີ່ນະຄອນຄຸນໝິງ ແຂວງຢູນນານ. ສ່ວນງານສິລະປະວັດທະນະທໍາຂອງ ສປ ຈີນ ແລະ ປະເທດລຽບຕາມແມ່ນ້ຳຂອງ ຄັ້ງທີ 13 ຈະຈັດຂຶ້ນຢູ່ກິ່ງແຂວງສິບສອງພັນນາລະຫວ່າງວັນທີ 1 ຫາ  3 ຕຸລາ 2025. ຢູ່ງານລາຕີສິລະປະວັນນະຄະດີໃນພິທີເປີດ, ຈະມີກອງສິລະປະວັດທະນະທໍາຂອງ ສປ ຈີນ ແລະ ປະເທດລຽບຕາມແມ່ນ້ຳຂອງ ຂຶ້ນເວທີສະແດງລາຍການຂອງຕົນ. ພ້ອມກັນນີ້, ຍັງຈະຈັດງານສະແດງຜົນງານດ້ານສິລະປະວັດທະນະທໍາທີ່ດີເດັ່ນ 2 ຮອບ, ງານວາງສະແດງສິລະປະ 3 ຮອບ ແລະ ງານເສວະນາ 3 ຮອບ.

ໃນຖານະເປັນປ່ອງຢ້ຽມແຖວໜ້າແຫ່ງການເປີດປະຕູຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ກິ່ງແຂວງສິບສອງພັນນາໄດ້ມີການແລກປ່ຽນພົວພັນກັບບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຫຼວງຫຼາຍ. ປີ 1992, ກິ່ງແຂວງສິບສອງພັນນາ ແລະ ແຂວງຊຽງຣາຍ ຂອງໄທ ໄດ້ຮ່ວມກັນລິເລີ່ມຜັດປ່ຽນກັນຈັດ ງານສິລະປະວັດທະນະທຳຢູ່ເຂດຊາຍແດນ ຢູ່ບັນດາຕົວເມືອງທີ່ຢູ່ລຽບຕາມຊາຍແດນຈີນ-ລາວ-ມຽນມາ-ໄທ-ກຳປູເຈຍ-ຫວຽດນາມຢ່າງເປັນປະຈຳ ຊຶ່ງໄດ້ຍົກລະດັບເປັນ ງານສິລະປະວັດທະນະທຳຂອງ ສປ ຈີນ ແລະ ປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຢ່າງເປັນທາງການໃນປີ 2011 ແລະ ມາຮອດປັດຈຸບັນ ໄດ້ຈັດຂຶ້ນຢ່າງສຳເລັດຜົນມາແລ້ວ 12 ຄັ້ງ.