ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຈໍ​ລະ​ຈອນ​ສິນ​ຄ້າ ແລະ ການ​ທ່ອງ​ທ່ຽວ​ຕາມ​ທາງ​ລົ​ດ​ໄຟ​ຈີນ-ລາວ-ໄທ​ ຈັດ​ຂຶ້ນ​ຢູ່​ປະ​ເທດ​ໄທ

lmcchina.org, September 21, 2025
Size:

ຫວ່າງບໍ່ດົນມານີ້, ກອງປະຊຸມສົ່ງເສີມການຈໍລະຈອນສິນຄ້າ ແລະ ການທ່ອງທ່ຽວຕາມທາງລົດໄຟຈີນ-ລາວ-ໄທ ໄດ້ຈັດຂຶ້ນຢູ່ແຂວງຂອນແກ່ນປະເທດໄທທີ່ເປັນຈຸດທີ່ຕັ້ງສຳຄັນຕາມເສັ້ນທາງລົດໄຟຈີນ-ລາວ-ໄທ, ມີຜູ້ແທນເກືອບ 300 ຄົນທີ່ມາຈາກຈີນ, ລາວ, ໄທ, ມະເລເຊຍ ແລະ ປະເທດອື່ນໆໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ເດືອນທັນວາປີ 2021, ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການ, ເດືອນກໍລະກົດປີ 2022, ການຂົນສົ່ງແບບເຊື່ອມຕໍ່ເສັ້ນທາງລົດໄຟຈີນ-ລາວ-ໄທ ໄດ້ເປີດບໍລິການ. ຫຼັງຈາກການຮ່ວມມືກັນມາເປັນເວລາຫຼາຍປີ, ສາມປະເທດຈີນ, ລາວ ແລະ ໄທ ໄດ້ສ້າງພື້ນຖານແຫ່ງການເຊື່ອມຕໍ່ເສັ້ນທາງລົດໄຟຂ້າມຊາດ. ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ: ຕ້ອງຊຸກຍູ້ການສ້າງເສັ້ນທາງລົດໄຟຈີນ-ໄທໂດຍໄວ, ເລັ່ງລັດການເຊື່ອມຕໍ່ເສັ້ນທາງລົດໄຟຈີນ-ໄທກັບເສັ້ນທາງລົດໄຟລາວ-ຈີນ, ເພີ່ມປະລິມານຂະບວນລົດໄຟສາກົນ, ຊຸກຍູ້ການຄ້າຢູ່ລຽບຕາມເສັ້ນທາງລົດໄຟດຳເນີນໄປຢ່າງໂລ່ງລ່ຽນ. ພ້ອມກັນນັ້ນ, ພັດທະນາ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” “ເສັ້ນທາງລົດໄຟລາວ-ຈີນ+ຂະບວນລົດໄຟຈີນ-ເອີຣົບ” ແລະ ຮູບແບບໃໝ່ອື່ນໆ ໂດຍອີງໃສ່ເສັ້ນທາງລົດໄຟລາວ-ຈີນ ແລະ ເສັ້ນທາງລົດໄຟຈີນ-ໄທ, ສ້າງທາງຜ່ານໃໝ່ແຫ່ງການຈໍລະຈອນສິນຄ້າສາກົນທີ່ມີປະສິດທິພາບສູງ, ຕົ້ນທຶນຕ່ຳ ແລະ ການບໍລິການດີ.