ເປີດ​ໂສມໜ້າ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ -“ສູນ​ມິດ​ຕະ​ພາບ​ສຳ​ລັບ​ແມ່​ຍິງ​ທີ່​ມີ​ພອນ​ສະ​ຫວັນ” ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ

lmcchina.org, September 21, 2025
Size:

ລະຫວ່າງວັນທີ 19 - 22 ສິງຫາ 2025, “ສູນມິດຕະພາບສຳລັບແມ່ຍິງທີ່ມີພອນສະຫວັນ” ທີ່ກອງທຶນພັດທະນາແມ່ຍິງຈີນ ແລະ ສູນອົບຮົມແມ່ຍິງລາວຮ່ວມກັນສ້າງຂຶ້ນ ໄດ້ເປີດນຳໃຊ້ຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນຢ່າງເປັນທາງການ, ໂດຍໄດ້ສ້າງສະຖານ ທີ່ເຮັດວຽກທີ່ໄດ້ມາດຕະຖານ, ລວມສູນ ແລະ ວາງສະແດງຜົນງານມໍລະດົກວັດທະນະທຳນາມມະທຳຂອງຈີນ ແລະ ລາວ, ພ້ອມທັງຈັດຊຸດອົບຮົມເຕັກນິກວິຊາຊີບສຳລັບແມ່ຍິງ, ແລກປ່ຽນວັດທະນະທຳ, ວາງສະແດງ, ຈຳໜ່າຍຜະລິດຕະພັນ ແລະ ກິດຈະກຳອື່ນໆ, ຊຶ່ງໄດ້ສ້າງເວທີແລກປ່ຽນລະຫວ່າງແມ່ຍິງຂອງສອງປະເທດຢ່າງເປັນປົກກະຕິ.

ສະຫະພັນແມ່ຍິງແຫ່ງຊາດຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການແລກປ່ຽນ ແລະ ການໄປມາຫາສູ່ກັນຂອງແມ່ຍິງໃນສາກົນ, ຕັ້ງໜ້າຊຸກຍູ້ການຈັດຕັ້ງປະຕິບັດໂຄງການດ້ານຊີວິດການເປັນຢູ່ຂອງປະຊາຊົນແບບ “ນ້ອຍ ແລະ ງາມ” ຢູ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”. ໂຄງການ “ແມ່ຍິງທີ່ມີພອນສະຫວັນ” ຂອງກອງທຶນພັດທະນາແມ່ຍິງຈີນໄດ້ດຳເນີນການເຄື່ອນໄຫວມາເປັນເວລາ 6 ປີ, ນຳໃຊ້ຮູບແບບ “ຊຸດອົບຮົມ+ແລກປ່ຽນວາງສະແດງ+ສະໜັບສະໜູນດ້ວຍໃບສັ່ງຊື້ຜະລິດຕະພັນ”, ຊຶ່ງໄດ້ຊ່ວຍເຫຼືອຜູ້ສືບທອດທັກສະມໍລະດົກວັດທະນະທຳນາມມະທຳນຳພາແມ່ຍິງໃນຊົນນະບົດປະກອບອາຊີບ ແລະ ມີລາຍຮັບເພີ່ມຂຶ້ນ.