
ວັນທີ 20 ສິງຫາ 2025, ກິດຈະກຳສັບປະດາວີດີໂອ ແລະ ຮູບຖ່າຍສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2025 ພາຍໃຕ້ຫົວຂໍ້ “ດື່ມນ້ຳຮ່ວມແມ່ນ້ຳສາຍດຽວກັນ ປະກາຍແສງຢູ່ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ໄຂຂຶ້ນຢູ່ເມືອງນາງຊ່ຽນ ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດຢວີ້ຊູ້ ແຂວງຊິ່ງໄຫ. ໃນໄລຍະດຳເນີນກິດຈະກຳດັ່ງກ່າວ, ຜູ້ຕາງໜ້າຊາວໜຸ່ມຈາກ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ດຳເນີນການສົນທະນາລະຫວ່າງ“ຄົນຮຸ່ນ Z (ຜູ້ເກີດລະຫວ່າງປີ 1995-2009)” ຂອງປະເທດລ່ອງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ເຂົາເຈົ້າໄດ້ເປິກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ຢູ່ພາຍໃຕ້ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊາວໜຸ່ມ 6 ປະເທດຈະປະເຊີນໜ້າກັບໂອກາດ ແລະ ສິ່ງທ້າທາຍຄືແນວໃດ, ເຮັດແນວໃດຈຶ່ງສາມາດປະກອບສ່ວນອັນຕັ້ງໜ້າເຂົ້າໃນຂົງເຂດການຮ່ວມມືຫຼຸດຜ່ອນຄວາມທຸກຍາກ, ປັນຍາປະດິດຈະຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄືແນວໃດ ແລະ ຫົວຂໍ້ອື່ນໆ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ປີ 2025, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ກ້າວເຂົ້າສູ່ປີທີ 10 ແລ້ວ. ໃນໄລຍະຜ່ານມາ, 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ດຳເນີນການຮ່ວມມື ແລະ ການແລກປ່ຽນດ້ານຊາວໜຸ່ມຢ່າງບໍ່ຢຸດຢັ້ງ ໂດຍໄດ້ຮັບໝາກຜົນຢ່າງອຸດົມສົມບູນ.