ກອງ​ປະ​ຊຸມຮ່ວມ​ມື​ດ້ານ​​ກະ​ສິ​ກຳ ແລະ ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຈີນ-ອາ​ຊຽນ 2025 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ​ຈີນ

CRI, September 18, 2025
Size:

ພະແນກກະສິກຳ ແລະ ຊົນນະບົດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນເປີດເຜີຍໃນວັນທີ 13 ກັນຍານີ້ວ່າ, ກອງປະຊຸມຮ່ວມມືດ້ານກະສິກຳ ແລະ ຫຼຸດຜ່ອນຄວາມທຸກຍາກຈີນ-ອາຊຽນ 2025 ຈະຈັດຂຶ້ນຢູ່ນະຄອນນານນິງເຂດກວາງຊີຈີນໃນວັນທີ 18 ກັນຍານີ້. ກອງປະຊຸມພາຍໃຕ້ຫົວຂໍ້ “ຮ່ວມກັນປຶກສາຫາລືກ່ຽວກັບກະສິກຳອັດສະລິຍະ ແລະ ການຫຼຸດຜ່ອນຄວາມທຸກຍາກ, ຮ່ວມກັນພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່”, ເປົ້າໝາຍແມ່ນເພື່ອລົງເລິກການຮ່ວມມືຢ່າງແທ້ຈິງລະຫວ່າງຈີນກັບປະເທດສະມາຊິກອາຊຽນໃນຂົງເຂດກະສິກຳອັດສະລິຍະ, ຫຼຸດຜ່ອນຄວາມທຸກຍາກ ແລະຂົງເຂດອື່ນໆ, ເພີ່ມພະລັງແຮງໃໝ່ໃຫ້ແກ່ການພັດທະນາກະສິກຳ ແລະ ຊົນນະບົດຂອງພາກພື້ນ.

ກອງປະຊຸມຈະເຊື້ອເຊີນຜູ້ຕາງໜ້າພາກສ່ວນກະສິກຳຈາກປະເທດສະມາຊິກອາຊຽນ, ທູຕານຸທູດອາຊຽນປະຈຳຈີນ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ເຈົ້າໜ້າທີ່ກະຊວງກະສິກຳ ແລະ ຊົນນະບົດຈີນ ແລະອົງການປົກຄອງທ້ອງຖິ່ນຈີນ 20 ກວ່າແຂວງ (ເຂດປົກຄອງຕົນເອງຫຼືກຳແພງນະຄອນ), ຜູ້ຊ່ຽວຊານ ແລະ ຜູ້ແທນວິສາຫະກິດຕ່າງໆເຂົ້າຮ່ວມ, ເພື່ອດຳເນີນການສົນທະນາລະດັບສູງ ແລະ ແລກປ່ຽນກັນດ້ານອຸດສາຫະກຳ.

ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມຈະປຶກສາຫາລືກ່ຽວກັບການປະສານງານຂ້າມຊາດກ່ຽວກັບເຕັກນິກກະສິກຳອັດສະລິຍະ, ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່, ການຮ່ວມມືໂຄງການຫຼຸດຜ່ອນຄວາມທຸກຍາກທີ່ສ້າງຜົນປະໂຫຍດທົ່ວເຖິງ ແລະຫົວຂໍ້ສຳຄັນອື່ນໆ, ເພື່ອຊ່ວຍສ້າງສາຍພົວພັນຄູ່ຮ່ວມມືດ້ານກະສິກຳໃນພາກພື້ນທີ່ແໜ້ນແຟ້ນກວ່າເກົ່າ.