
ວັນທີ 17 ກັນຍານີ້, ກອງປະຊຸມສຳມະນານະໂຍບາຍຄຸ້ມຄອງຄົນເຂົ້າ-ອອກເມືອງພາກພື້ນໄດ້ຈັດຂຶ້ນຢູ່ນະຄອນລຽນຢູນກັງ ແຂວງຊ່ຽງຊູ່ຂອງຈີນ. ກອງປະຊຸມດັ່ງກ່າວລາຍງານໃຫ້ຮູ້ວ່າ: ລະຫວ່າງເດືອນມັງກອນຫາເດືອນສິງຫາປີນີ້, ການໄປມາຫາສູ່ກັນລະຫວ່າງປະຊາຊົນແຜ່ນດິນໃຫຍ່ຈີນ-ອາຊຽນມີຫຼາຍກວ່າ 25.240.000 ເທື່ອຄົນ, ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ປະຊາຊົນຈາກແຜ່ນດິນໃຫຍ່ຈີນທີ່ເດີນທາງໄປປະເທດສະມາຊິກອາຊຽນມີເຖິງ 14.505.000 ເທື່ອຄົນ, ເພີ່ມຂຶ້ນ 3,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ສາເຫດຕົ້ນຕໍຂອງການອອກເມືອງແມ່ນການທ່ອງທ່ຽວ ແລະຢ້ຽມຢາມຍາດຕິພີ່ນ້ອງ. ປະຊາຊົນຈາກປະເທດສະມາຊິກອາຊຽນທີ່ເດີນທາງເຂົ້າແຜ່ນດິນໃຫຍ່ຈີນມີເຖິງ 10.739.000 ເທື່ອຄົນ, ເພີ່ມຂຶ້ນ 27,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ສາເຫດຕົ້ນຕໍຂອງການເຂົ້າເມືອງແມ່ນການທ່ອງທ່ຽວ ແລະທຸລະກິດ. ການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນ-ອາຊຽນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.