ຮອງ​ປະ​ທານ​ປະ​ເທດ​ຈີນ​ພົບ​ປະກັບ​ຮອງ​ປະ​ທານ​ປະ​ເທດ​ລາວ

CRI, September 17, 2025
Size:

ວັນທີ 16 ກັນຍານີ້, ທ່ານຮານເຈີ້ງ ຮອງປະທານປະເທດຈີນໄດ້ພົບປະກັບທ່ານບຸນທອງ ຈິດມະນີ ຮອງປະທານປະເທດລາວທີ່ເດີນທາງມາຈີນເພື່ອເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ກໍຄື ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 22 ທີ່ຈັດຂຶ້ນຢູ່ນະຄອນນານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ.

ທ່ານຮານເຈີ້ງກ່າວວ່າ, ພາຍໃຕ້ການຊີ້ນຳນຳພາທາງຍຸດທະສາດຂອງຜູ້ນຳສູງສຸດສອງພັກສອງລັດ, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ກ້າວໄປໜ້າຢ່າງໜັກແໜ້ນ. ຈີນຍິນດີຮ່ວມກັບລາວຈັດຕັ້ງປະຕິບັດຄວາມຮັບຮູ້ສຳຄັນທີ່ເປັນເອກະພາບກັນຂອງການນຳຂັ້ນສູງ, ລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ແລະ ເຮັດໃຫ້ມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດເຂົ້າສູ່ຈິດໃຈປະຊາຊົນຢ່າງເລິກເຊິ່ງກວ່າເກົ່າ.

ທ່ານບຸນທອງ ຈິດມະນີກ່າວວ່າ, ລາວປະຕິບັດຕາມຫຼັກການປະເທດຈີນດຽວຢ່າງເຄັ່ງຄັດ, ສະໜັບສະໜູນຂໍ້ລິເລີ່ມ ແລະ ຈຸດຢືນສຳຄັນຕ່າງໆທີ່ສະເໜີໂດຍຈີນ, ຍິນດີຮ່ວມກັບຈີນຮັດແໜ້ນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ເພີ່ມທະວີການຮ່ວມມືທີ່ຕິດແທດຕົວຈິງ ແລະ ຊຸກຍູ້ໃຫ້ສາຍພົວພັນຂອງສອງພັກສອງລັດໄດ້ຮັບການພັດທະນາຫຼາຍກວ່າເກົ່າ.