
ຕອນເຊົ້າວັນທີ 17 ກັນຍານີ້, ທ່ານ ຮານເຈີ້ງ ຮອງປະທານປະເທດຈີນໄດ້ເຂົ້າຮ່ວມພິທີໄຂງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 22 ແລະກອງປະຊຸມສຸດຍອດການຄ້າ ແລະການລົງທຶນຈີນ-ອາຊຽນ ທີ່ຈັດຂຶ້ນຢູ່ນະຄອນ ນານນີງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ຂອງຈີນ ພ້ອມທັງກ່າວຄຳປາໄສ.
ທ່ານ ຮານເຈີ້ງ ກ່າວວ່າ: ຊຸມປີມໍ່ໆມານີ້, ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ອາຊຽນໄດ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ໄດ້ກາຍເປັນຕົວແບບທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ແລະມີພະລັງຊີວິດຫຼາຍທີ່ສຸດໃນການຮ່ວມມືຢູ່ພາກພື້ນອາຊີ-ປາຊີຟິກ ແລະກາຍເປັນຕົວຢ່າງທີ່ມີຊີວິດຊີວາໃນດ້ານການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທ່ານ ຮານເຈີ້ງ ໄດ້ສະເໜີ 4 ຂໍ້ສະເໜີ ຄື: 1 ເພີ່ມທະວີການເຊື່ອມໂຍງດ້ານຍຸດທະສາດການພັດທະນາ, ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງຢ່າງມີຄຸນນະພາບສູງ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ແລະຂໍ້ລິເລີ່ມການບໍລິຫານທົ່ວໂລກ. 2 ເລັ່ງລັດການເປີດປະຕູ ແລະການຮ່ວມມືໃນພາກພື້ນ, ຮ່ວມກັນສ້າງເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ໃຫ້ດີ. 3 ຊຸກຍູ້ໃຫ້ຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງໄດ້ຮັບການພັດທະນາຮ່ວມກັນ. 4 ເພີ່ມທະວີການແລກປ່ຽນ ແລະການຖອດຖອນບົດຮຽນດ້ານອະລິຍະທຳ, ຈັດຕັ້ງປະຕິບັດໂຄງການທີ່ມີຜົນດີຕໍ່ຊີວີດການເປັນຢູ່ຂອງປະຊາຊົນໃຫ້ຫຼາຍກວ່າເກົ່າ.
ທ່ານ ຮານເຈີ້ງ ກ່າວຕື່ມວ່າ: ຈີນຈະຍຶດໝັ້ນສະໜອງໂອກາດຫຼາຍກວ່າເກົ່າໃຫ້ແກ່ໂລກດ້ວຍການເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງ ແລະຊຸກຍູ້ໃຫ້ບັນດາປະເທດຮ່ວມກັນພັດທະນາດ້ວຍການພັດທະນາທີ່ມີຄຸນນະພາບສູງຂອງຕົນ.