ຮອງປະທານສະພາແຫ່ງຊາດແຫ່ງ ສປປ ລາວສະ​ເໜີ​ຂໍ້​ລິ​ເລີ່ມ 3 ຂໍ້ໃນພິທີເປີດກອງປະຊຸມປຶກສາຫາລືວັດທະນະທຳສາກົນໝີແພນດ້າຄຳປີ 2025

CRI, September 15, 2025
Size:

ວັນທີ 13 ກັນຍານີ້, ພິທີເປີດກອງປະຊຸມປຶກສາຫາລືວັດທະນະທຳສາກົນໝີແພນດ້າຄຳປີ 2025 ພາຍໃຕ້ຫົວຂໍ້ “ອະລິຍະທຳເຕົ້າໂຮມກັນ ບຸກເບີກອະນາຄົດ” ໄດ້ຈັດຂຶ້ນຢູ່ນະຄອນເສີງຕູ່ແຂວງເສສວນຈີນ. ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີດັ່ງກ່າວ.

ທ່ານ ຄໍາໃບ ດໍາລັດ ກ່າວວ່າ: ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາແມ່ນ້ຳຕິດຈອດກັນ, ເຖິງວ່າວັດທະນະທຳຂອງສອງປະເທດຕ່າງມີສີສັນພິເສດ, ແຕ່ກໍມີຫຼາຍດ້ານທີ່ຄ້າຍຄືກັນ. ເພື່ອຊຸກຍູ້ການຮ່ວມມືຕົວຈິງລະຫວ່າງ ລາວ-ຈີນ, ທ່ານ ຄໍາໃບ ດໍາລັດໄດ້ໃນນາມຕາງໜ້າຝ່າຍລາວສະເໜີຂໍ້ລິເລີ່ມ ດັ່ງນີ້:

1. ພັດທະນາບໍລິການໃໝ່ “ທາງລົດໄຟຄວາມໄວສູງ”: ຮ່ວມກັນອອກແບບ ແລະ ນຳສະເໜີເສັ້ນທາງການທ່ອງທ່ຽວຂ້າມຊາດທີ່ມີສີສັນພິເສດ, ຮ່ວມກັນຖ່າຍທຳສາລະຄະດີ, ຈັດກິດຈະກຳສັບປະດາວັດທະນະທຳ ແລະ ຈັດກິດຈະກຳອື່ນໆໃຫ້ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

2.ຊຸກຍູ້ໃຫ້ຊາວໜຸ່ມກາຍເປັນກຳລັງຫຼັກແຫຼ່ງໃນການແລກປ່ຽນອະລິຍະທຳ. ສະເໜີໃຫ້ເພີ່ມໂກຕາ ແລະ ໂຄງການໃນດ້ານການແລກປ່ຽນນັກສຶກສາ ອາສາສະໝັກຊາວໜຸ່ມ, ນັກສິລະປິນໜຸ່ມ ແລະ ຜູ້ສ້າງທຸລະກຳໃໝ່, ເຮັດໃຫ້ຊາວໜຸ່ມກາຍເປັນຂົວເຊື່ອມຕໍ່ທີ່ໜັກແໜ້ນໃນການຂະຫຍາຍມິດຕະພາບລາວ-ຈີນ.

3. ຮ່ວມກັນຊົມໃຊ້ສະຕິປັນຍາດ້ານການພັດທະນາ, ດຳເນີນການອະນຸລັກສິ່ງແວດ ລ້ອມທຳມະຊາດ ແລະ ການພັດທະນາຊົນນະບົດໄປຄຽງຄູ່ກັນ: ຮ່ວມກັນສ້າງສູນຄົ້ນຄວ້າແນວພັນຊີວະນາໆພັນທີ່ໃກ້ຈະສູນພັນ, ເຮັດໃຫ້ " ໝີແພ່ນດ້າກັບຊ້າງ " ກາຍເປັນສັນຍາລັກໃນການຮ່ວມມືດ້ານການອະນຸລັກສິ່ງແວດລ້ອມທຳມະຊາດຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.ຮ່ວມກັນສ້າງ "ເຂດສາທິດການຮ່ວມມື ເພື່ອຫຼຸດຜ່ອນຄວາມທຸກຍາກລາວຈີນ" , ເຮັດໃຫ້ສະຕິປັນຍາອັນເກົ່າແກ່ໃນອະລິຍະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ສ້າງປະໂຫຍດໃຫ້ແກ່ເສັ້ນທາງພັດທະນາຊົນນະບົດໃນຍຸກປັດຈຸບັນ.

ທ່ານ ຄໍາໃບ ດໍາລັດ ເນັ້ນໜັກວ່າ: “ຄວາມງົດງາມຂອງອະລິຍະທຳຢູ່ກັບຄວາມຫຼາກຫຼາຍ ການແລກປ່ຽນ ແລະ ເຄົາລົບເຊິ່ງກັນແລະກັນ”, ປະເທດລາວຍິນດີຮ່ວມກັບປະເທດຈີນ ກໍຄືບັນດາປະເທດໃນໂລກ, ປົກປ້ອງຄວາມຫຼາກຫຼາຍຂອງອະລິຍະທຳເໝືອນກັບການອະນຸລັກໝີແພນດ້າ ແລະ ຊ້າງອາຊີ, ປະຕິບັດຕາມຈິດໃຈທີ່ສະເໝີພາບ ເຄົາລົບເຊິ່ງກັນ ແລະ ກັນ. ສຸດທ້າຍ, ທ່ານໄດ້ອວຍພອນໃຫ້ກອງປະຊຸມ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.