ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-​ອາ​ຊຽນ​ຄັ້ງ​ທີ 22 ຈະ​ເປັນ​ງານດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂ້າມ​ຊາດຄັ້ງ​ໃຫຍ່​ທີ່​​ເນັ້ນ​ໃສ່​ເຕັກ​ໂນໂລຊີ AI

CRI, September 15, 2025
Size:

ວັນທີ 10 ກັນຍານີ້, ທ່ານເວີຍຈ່າວຮຸ່ຍ ເລຂາທິການກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໄດ້ນຳສະເໜີສະພາບການທີ່ກ່ຽວຂ້ອງຂອງງານວາງສະແດງຄັ້ງທີ 22 ທີ່ຈະຈັດຂຶ້ນໃນໄວໆນີ້.

ທ່ານເວີຍຈ່າວຮຸ່ຍ ກ່າວວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 22 ຈະມີຫໍວາງສະແດງເຕັກໂນໂລຊີ AI ທີ່ມີເນື້ອທີ່ 10.000 ຕາແມັດ ຕັ້ງຢູ່ສະຖານທີ່ວາງສະແດງຫຼັກເປັນຄັ້ງທຳອິດ, ເປັນຫໍວາງສະແດງອິດສະລະທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງງານວາງສະແດງສິນຄ້າຈີນ-ອາຊຽນ. ຫໍວາງສະແດງນີ້ຈະລວມສູນການວາງສະແດງຜະລິດຕະພັນ AI ທີ່ທັນສະໄໝຢູ່ພາຍໃນ ແລະ ຕ່າງປະເທດ ປະມານ 1.200 ຊະນິດ ແລະຈະວາງສະແດງຜົນງານໃນຂົງເຂດວິທະຍາສາດເຕັກໂນໂລຊີ AI ຈາກຫຼາຍປະເທດສະມາຊິກອາຊຽນ ເປັນຕົ້ນ: ບຣູໄນ, ມາເລເຊຍ ແລະ ໄທ ເພື່ອຈັດເປັນງານດ້ານວິທະຍາສາດເຕັກໂນໂລຊີຂ້າມຊາດຄັ້ງໃຫຍ່. ປັດຈຸບັນ, ຝ່າຍຈັດງານໄດ້ຮັບແຈ້ງເຈດຈຳນົງທີ່ແນ່ນອນຈາກກຸ່ມວິສາຫະກິດຈັດຊື້ຕ່າງປະເທດ 70 ກວ່າແຫ່ງ ວ່າຈະຈັດຕັ້ງວິສາຫະກິດຈັດຊື້ທີ່ມີຄຸນນະພາບສູງ 500 ກວ່າແຫ່ງມາເຂົ້າຮ່ວມງານວາງສະແດງຄັ້ງນີ້ ເພື່ອຊອກຫາໂອກາດທາງທຸລະກິດດ້ານ AI ແລະອື່ນໆ.

ນອກຈາກນີ້, ງານວາງສະແດງຄັ້ງນີ້ ຍັງຈະເຊື້ອເຊີນຜູ້ຊ່ຽວຊານໃນວົງການວິຊາການ ແລະ ວົງການທຸລະກິດ ເພື່ອຮຽບຮຽງປຶ້ມປົກສີຟ້າ “ວິໄສທັດການຮ່ວມມືທາງດ້ານເສດຖະກິດການຄ້າຈີນ-ອາຊຽນ” ເພື່ອສະໜັບສະໜູນການຕັດສິນໃຈຂອງວິສາຫະກິດຜ່ານການເຜີຍແຜ່ ຜົນງານທາງວິຊາການ.