
ດ່ານກວດກາຄົນເຂົ້າອອກເມືອງບໍ່ຫານແຂວງຢຸນນານຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 10 ກັນຍານີ້ວ່າ: ນັບມາຮອດວັນທີ 9 ກັນຍານີ້, ດ່ານດັ່ງກ່າວໄດ້ກວດການັກທ່ອງທ່ຽວເຂົ້າ-ອອກເມືອງຈີນຈາກ 108 ປະເທດແລະເຂດແຄວ້ນໃຫ້ຜ່ານດ່ານທັງໝົດ 2,01 ລ້ານກວ່າເທື່ອຄົນ ເຊິ່ງໄດ້ບັນລຸຕົວເລກນີ້ໄວກວ່າປີກາຍນີ້ປະມານ 1 ເດືອນ.
ໃນຈຳນວນນັກທ່ອງທ່ຽວທີ່ດ່ານດັ່ງກ່າວໄດ້ກວດກາແລະໃຫ້ຜ່ານນັ້ນ, ມີນັກທ່ອງທ່ຽວຕ່າງປະເທດເຖິງ 9,77 ແສນກວ່າເທື່ອຄົນ, ກວມຫຼາຍກວ່າ 48%, ເພີ່ມຂຶ້ນຫຼາຍກວ່າ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ປະເທດທີ່ຢູ່ໃນ 3 ອັນດັບທຳອິດແມ່ນ: ລາວ,ໄທແລະມາເລເຊຍ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງຈີນໂດຍການຍົກເວັ້ນວີຊາມີເຖິງ4,76 ແສນກວ່າເທື່ອຄົນ,ເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.