ຫຼັງຈາກໄດ້ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025 ແລະ ກິດຈະກຳລະນຶກໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີ, ທ່ານມິນອອງລາຍ ຮັກສາການປະທານາທິບໍດີມຽນມາໄດ້ເດີນທາງໄປຢ້ຽມຢາມແຫ່ງຕ່າງໆຂອງຈີນ ເຊັ່ນ: ແຂວງເຮີ່ຍລົງຈ່ຽງ ແລະ ແຂວງເສສວນເປັນຕົ້ນ.
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນເຊີງຕູ່ ແຂວງເສສວນຈີນ,ທ່ານກ່າວວ່າ, ໃນເວລານັ່ງເປັນປະທານກອງປະຊຸມ “ອົງການຮ່ວມມືຊຽງໄຮ້+” ຢູ່ກຳແພງນະຄອນທຽນສິນ, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ສະເໜີຂໍ້ລິເລິ່ມການບໍລິຫານທົ່ວໂລກ ເຊິ່ງສາມາດຮັບມືກັບສິ່ງທ້າທາຍທົ່ວໂລກໃນປັດຈຸບັນນີ້ໄດ້ ທັງສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນທົ່ວໂລກ, ມຽນມາສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວຢ່າງເຕັມທີ່ ,ຜູ້ນຳຫຼາຍປະເທດກໍ່ພາກັນສະແດງທ່າທີສະໜັບສະໜູນເຊັ່ນດຽວກັນ.ຫວັງວ່າມຽນມາ ແລະ ຈີນຈະສືບຕໍ່ຊຸກຍູ້ການສ້າງການພົວພັນສອງຝ່າຍທີ່ມີຄຸນນະພາບສູງ.