ດ່ານພາສີຄຸນມິງແຂວງຢຸນນານຈີນໄດ້ໃຫ້ຮູ້ໃນວັນທີ 9 ກັນຍານີ້ວ່າ: ໃນ 8 ເດືອນຕົ້ນປີ 2025, ລົດໄຟໂດຍສານທີ່ເຂົ້າ-ອອກເມືອງຜ່ານທາງລົດໄຟຈີນ-ລາວມີເຖິງ 762 ຂະບວນ, ເພີ່ມຂຶ້ນ 16,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ນັກທ່ອງທ່ຽວມີເຖິງ 1,62 ແສນເທື່ອຄົນ,ເພີ່ມຂຶ້ນ 4,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.