ວັນທີ 9 ກັນຍານີ້, ທ່ານ ວາງຕົ່ງມີງ ຮອງປະທານຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ, ປະທານສະຫະພັນກຳມະບານທົ່ວປະເທດຈີນ ໄດ້ພົບປະກັບທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະຢູ່ນະຄອນຫຼວງປັກກິ່ງຂອງຈີນ, ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດ, ລົງເລິກການແລກປ່ຽນແລະການຮ່ວມມືກັນລະຫວ່າງສອງສະຫະພັນກຳມະມານຕື່ມອີກ.