ວັນທີ 5 ກັນຍານີ້, ໂຄງການຊ່ວຍເຫຼືອທາງເຕັກນິກດ້ານການວາງແຜນອະນຸລັກສິ່ງແວດລ້ອມຂອງລາວທີ່ໄດ້ຮັບການຊ່ວຍເຫຼືອຈາກຈີນເລີ່ມດຳເນີນຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນຂອງລາວ. ໂຄງການດັ່ງກ່າວເນັ້ນໃສ່ການວາງແຜນປັບປຸງໃຫ້ດີຂຶ້ນສຳລັບສິ່ງແວດລ້ອມທາງນ້ຳແລະສິ່ງແວດລ້ອມອາກາດ, ມີຈຸດປະສົງເພື່ອຍົກສູງຄວາມສາມາດດ້ານການອະນຸລັກສິ່ງແວດລ້ອມທຳມະຊາດຂອງປະເທດລາວ, ຊຸກຍູ້ໃຫ້ຜະລິດຕະພັັນສາທາລະນະດ້ານສິ່ງແວດລ້ອມທຳມະຊາດເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນແລະລາວໃຫ້ຫຼາຍກວ່າເກົ່າ.
ທ່ານໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳແລະສິ່ງແວດລ້ອມລາວກ່າວໃນພິທີເລີ່ມດຳເນີນໂຄງການວ່າ: ກະຊວງກະສິກຳແລະສິ່ງແວດລ້ອມລາວຈະໃຫ້ການສະໜັບສະໜູນຢ່າງຮອບດ້ານແກ່ການປະຕິບັດໂຄງການເພື່ອຮັບປະກັນໃຫ້ການຮ່ວມມືໄດ້ຮັບຜົນສຳເລັດຢ່າງຈົບງາມຕາມແຜນການທີ່ວາງໄວ້.