ຂ່າວ​ສານຊິ​ນ​ຮ​ວາແລະ​ເຂດກວາງ​ຊີ​ຂອງ​ຈີນ​ຮ່ວມ​ກັນ​ສ້າງ “ຄັງ​ປັນ​ຍາ​ເສດ​ຖະ​ກິດ​ອາ​ຊຽນ”

CRI, September 11, 2025
Size:

ວັນທີ 7 ກັນຍານີ້, ຢູ່ນະຄອນນານນິງ, ສຳນັກຂ່າວສານຊິນຮວາຮ່ວມກັບອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນໄດ້ເຊັນສັນຍາຂອບການຮ່ວມມືກ່ຽວກັບການຮ່ວມກັນສ້າງ “ຄັງປັນຍາເສດຖະກິດອາຊຽນ”. ອີງຕາມສັນຍາ, ສອງຝ່າຍຈະເສີມຂະຫຍາຍທ່າແຮງຂອງຕົນຢ່າງເຕັມສ່ວນ,ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ເພີ່ມທະວີການຄົ້ນຄວ້າຫົວຂໍ້ຄັງປັນຍາ, ເປີດກວ້າງການສື່ສານໃນສາກົນຂອງຄັງປັນຍາ,ລົງເລິກການພັດທະນາບຸກຄະລາກອນຄັງປັນຍາ,ສະແຫວງຫາການຮ່ວມມືດ້ານຂໍ້ມູນຄັງປັນຍາ,ຊຸກຍູ້ການຊົມໃຊ້ຮ່ວມກັນຂອງເຄືອຂ່າຍຄັງປັນຍາ ແລະ ຂົງເຂດອື່ນໆ. ການຮ່ວມກັນສ້າງ “ຄັງປັນຍາເສດຖະກິດອາຊຽນ”ຈະມີຜົນດີຕໍ່ການເສີມຂະຫຍາຍທ່າແຮງຂອງເຂດກວາງຊີທີ່ເປັນປ່ອງຢ້ຽມແນວໜ້າຂອງການເປີດປະຕູແລະການຮ່ວມມືລະຫວ່າງຈີນກັບອາຊຽນ,ກໍຄືທ່າແຮງຂອງສຳນັກຂ່າວສານຊິນຮວາທີ່ເປັນຄັງປັນຍາແບບສື່ມວນຊົນລະດັບສູງແຫ່ງຊາດໃນຂອບເຂດທົ່ວໂລກ ເພື່ອໃຫ້ບໍລິການທີ່ສອດຄ່ອງກັບຍຸດທະສາດສຳຄັນແລະໃຫຍ່ຫຼວງຂອງຈີນໃຫ້ດີກວ່າເກົ່າ.