ວັນທີ 8 ກັນຍານີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນບັນລຸ 597 ຕື້ໂດລາ, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 16,7% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນໃນໄລຍະດຽວກັນ. ນັບມາຮອດເດືອນກໍລະກົດປີ 2025, ຈີນແລະອາຊຽນລົງທຶນຕໍ່ກັນຫຼາຍກວ່າ 450 ຕື້ໂດລາສະຫະລັດ, ວິສາຫະກິດຈີນໄດ້ສຳເລັດໂຄງການຮັບເໝົາທີ່ມີມູນຄ່າເຖິງ 480 ຕື້ໂດລາຢູ່ອາຊຽນ. ຈີນ ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນເປັນເວລາ 16 ປີລຽນຕິດ, ສ່ວນອາຊຽນກໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 5 ປີລຽນຕິດ.