ຕອນເຊົ້າວັນທີ 4 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025 ແລະ ພິທີລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ. ຜູ້ນຳສູງສຸດຂອງສອງ
ປະເທດໄດ້ຮ່ວມກັນຢືນຢັນການເຊັນ “ສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາປະຕູດຽວ, ຄັ້ງດຽວຢູ່ດ່ານສະຖານີລົດໄຟສາກົນລາວ-ຈີນ” ເຊິ່ງເປັນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນວ່າ: ສອງປະເທດລາວ ແລະ ຈີນໄດ້ກ້າວໄປສູ່ “ການເຊື່ອມໂຍງເຊື່ອມຈອດດ້ານລະບຽບການ” ແລະ “ການເຊື່ອມຈອດເຊື່ອມຕໍ່ດ້ານຈິດໃຈ” ພາຍຫຼັງບັນລຸການເຊື່ອມໂຍງເຊື່ອມຈອດດ້ານທາງລົດໄຟ.
ນັບແຕ່ເປີດການນຳໃຊ້ເປັນຕົ້ນມາ, ທາງລົດໄຟລາວ-ຈີນໄດ້ປະຕິບັດ “ການກວດກາຜ່ານດ່ານຢູ່ສອງປະເທດ” ຕາມດ່ານສາກົນບໍ່ຫານ-ບໍ່ເຕ່ນ ຕ້ອງເສຍເວລາປະມານ 3 ຊົ່ວໂມງ. ຖ້າປະຕິບັດ “ການກວດກາປະຕູດຽວ, ຄັ້ງດຽວ” , ຜູ້ໂດຍສານສາມາດສຳເລັດການເຂົ້າ-ອອກເມືອງໂດຍຜ່ານການລຽນແຖວ ແລະ ກວດກາຄັ້ງດຽວເທົ່ານັ້ນ, ຄາດວ່າໃຊ້ເວລາບໍ່ຮອດ 30 ນາທີ.
ການປ່ຽນແປງໃໝ່ດັ່ງກ່າວຈະອຳນວຍຄວາມສະດວກສະບາຍ ຢ່າງຫຼວງຫຼາຍໃຫ້ແກ່ການຂົນສົ່ງຜູ້ໂດຍສານຂ້າມຊາດ, ການຂົນສົ່ງສິນຄ້າຂ້າມຊາດ ແລະ ການຮ່ວມມືດ້ານອຸດສາຫະກຳຂ້າມຊາດ. ສຳລັບຜູ້ໂດຍສານແລ້ວ, ເວລາທີ່ໃຊ້ໃນການຜ່ານດ່ານຫຼຸດລົງຢ່າງຫຼວງຫຼາຍ, ຄາດວ່ານັກທ່ອງທ່ຽວຈີນທີ່ໄປທ່ຽວລາວຈະເພີ່ມຂຶ້ນ. ພ້ອມກັນນັ້ນ ຈະຊຸກຍູ້ການພັດທະນາຂອງການບໍລິໂພກແບບໃໝ່ຕ່າງໆ ເຊັ່ນ: ການຄົມມະນາຄົມ, ການສຶກສາ, ການປິ່ນປົວສຸຂະພາບ, ການຊື້ເຄື່ອງຂ້າມຊາດ ແລະອື່ນໆ. ໃນດ້ານການຂົນສົ່ງ, ປັດຈຸບັນການຂົນສົ່ງຜ່ານທາງລົດໄຟລາວ-ຈີນຕ້ອງຄ່ຽນຖ່າຍຕາມ “ການກວດກາຜ່ານດ່ານຢູ່ສອງປະເທດ” , ສິນຄ້າຜ່ານດ່ານຕ້ອງຈອດຢູ່ເຂດຊາຍແດນເປັນເວລາ 4 ຊົ່ວໂມງ; ຫຼັງຈາກປະຕິບັດ “ການກວດກາປະຕູດຽວ, ຄັ້ງດຽວ”ແລ້ວ ຈະສາມາດປ່ອຍການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນຫຼາຍກວ່າ 30%, ຈະສ້າງຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ການຂົນສົ່ງໝາກໄມ້ ແລະ ຜັກແຊ່ເຢັນ ກໍຄືການຄ້າເອເລັກໂຕຣນິກຂ້າມຊາດລະຫວ່າງຈີນ-ລາວ-ໄທ.
ຈາກ “ການກວດກາຜ່ານດ່ານຢູ່ສອງປະເທດ” ຮອດ “ການກວດກາປະຕູດຽວ, ຄັ້ງດຽວ”, ບາງຄົນອາດຈະເປັນຫ່ວງນຳບັນຫາການຄຸ້ມຄອງບໍ່ເຂັ້ມງວດ. ທີ່ຈິງແລ້ວ, ເມື່ອຜະເຊີນໜ້າກັບໄພຂົ່ມຂູ່ດ້ານຄວາມປອດໄພແບບໃໝ່ ເຊັ່ນ ຢາເສບຕິດ, ເຊື້ອພະຍາດ, ການພະນັນຂ້າມຊາດ ເປັນຕົ້ນ, ການປະຕິບັດ “ການກວດກາປະຕູດຽວ, ຄັ້ງດຽວ” ບໍ່ແມ່ນຫຼຸດຜ່ອນການຄວບຄຸມ, ແຕ່ແມ່ນຫັນປ່ຽນການກວດກາແບບຕາມລຳດັບ ໃຫ້ກາຍເປັນການກວດກາແບບໄປພ້ອມກັນ ຄື: ສອງຝ່າຍຊົມໃຊ້ຂໍ້ມູນຮ່ວມກັນ, ບັນລຸ “ການກວດກາຜ່ານເຄື່ອງຈັກຄັ້ງດຽວ ແລະ ສອງປະເທດຊົມໃຊ້ຂໍ້ມູນການກວດກາຮ່ວມກັນ” ເຊິ່ງຊ່ວຍຫຼຸດຜ່ອນເວລາລໍຖ້າຂອງຜູ້ໂດຍສານ ແລະ ຊ່ວຍຍົກລະດັບຄວາມແມ່ນຢຳໃນການກະກັດກັ້ນຄວາມສ່ຽງ.
ການປະຕິບັດ “ການກວດກາປະຕູດຽວ, ຄັ້ງດຽວ” ບໍ່ພຽງແຕ່ໝາຍເຖິງ “ການຜ່ານດ່ານໄວກວ່າເກົ່າ” ເທົ່ານັ້ນ, ຍັງເປັນການປະຕິບັດຕົວຈິງທີ່ເຮັດໃຫ້ກົດໝາຍ, ລະບຽບການ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຜົນປະໂຫຍດຂອງສອງປະເທດເຊື່ອມໂຍງເຂົ້າກັນ ເຊິ່ງເຮັດໃຫ້ແນວຄິດ “ຄູ່ຮ່ວມຊາຕາກຳລາວ-ຈີນ” ກາຍເປັນຜົນປະໂຫຍດສຳລັບຜູ້ໂດຍສານທັງຫຼາຍ, ທັງເຮັດໃຫ້ສິນຄ້າສາມາດຜ່ານດ່ານຢ່າງສະດວກສະບາຍກວ່າເກົ່າ ແລະ ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດກ້າວເຂົ້າສູ່ລວງເລິກຢ່າງໜັກແໜ້ນ.