ທ່ານ​ທອງ​ລຸນ ສີ​ສຸ​ລິດ​ຕ້ອນ​ຮັບ​ເລ​ຂາ​ຄະ​ນະ​ພັກ​ແຂວງ​ຢຸນ​ນານ​ຈີນ

CRI, September 9, 2025
Size:

ວັນທີ 4 ກັນຍານີ້, ຢູ່ນະຄອນຊຽງຮຸ່ງກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025, ພິທີລະນຶກໄຊຊະນະແຫ່ງສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີພ້ອມທັງຢ້ຽມຢາມເຮັດວຽກຕໍ່ຈີນ ໄດ້ຕ້ອນຮັບທ່ານຫວາງນິງ ເລຂາຄະນະພັກແຂວງຢຸນນານຈີນ.

ທ່ານຫວາງນິງໄດ້ສະແດງຄວາມຊົມເຊີຍຕໍ່ລາວທີ່ໄດ້ເຂົ້າເປັນຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້, ພ້ອມທັງໄດ້ລາຍງານໝາກຜົນໃໝ່ໃນການຮ່ວມມືມິດຕະພາບລະຫວ່າງແຂວງຢຸນນານຈີນກັບລາວໃນຊຸມປີມໍ່ໆມານີ້. ທ່ານກ່າວວ່າ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວອີກຄັ້ງໜຶ່ງຢູ່ນະຄອນຫຼວງປັກກິ່ງ, ໄດ້ບັນລຸຄວາມຮັບຮູ້ສຳຄັນທີ່ເປັນເອກະພາບກັນອັນໃໝ່. ການພັດທະນາຂອງເສັ້ນທາງລົດໄຟລາວ-ຈີນໄດ້ຮັບໝາກຜົນສູງກວ່າການຄາດຄະເນໄວ້ຢ່າງຫຼວງຫຼາຍ, ການຮ່ວມມືລະຫວ່າງແຂວງຢຸນນານກັບລາວໄດ້ລົງສູ່ລວງເລິກຢ່າງຕໍ່ເນື່ອງ. ແຂວງຢຸນນານຍິນດີຮ່ວມກັບພາກສ່ວນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງຝ່າຍລາວ, ຮ່ວມກັນຈັດຕັ້ງປະຕິບັດຄວາມຮັບຮູ້ສຳຄັນທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງພັກສອງລັດ, ຖືເອົາການລົງນາມສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນລາວ-ຈີນລະຫວ່າງລັດຖະບານຈີນກັບລັດຖະບານລາວນັ້ນເປັນໂອກາດ, ຊຸກຍູ້ການບໍລິຫານເສັ້ນທາງລົດໄຟ ແລະ ການພັດທະນາບໍລິເວນລຽບຕາມທາງລົດໄຟຢ່າງຕໍ່ເນື່ອງ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.

ທ່ານທອງລຸນ ສີສຸລິດກ່າວວ່າ, ຝ່າຍລາວຈະສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດ 5 ປີສະບັບໃໝ່ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ດີ, ຫວັງຮ່ວມກັບຝ່າຍຈີນ ໂດຍສະເພາະແມ່ນສະຫາຍແຂວງຢຸນນານຊຸກຍູ້ການປະຕິບັດສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນລາວ-ຈີນລະຫວ່າງລັດຖະບານຈີນກັບລັດຖະບານລາວ, ເສີມຂະຫຍາຍປະສິດທິຜົນຂອງເສັ້ນທາງລົດໄຟລາວ-ຈີນໃຫ້ດີກວ່າເກົ່າ. ຍິນດີຕ້ອນຮັບວິສາຫະກິດແຂວງຢຸນນານຫຼາຍກວ່າເກົ່າໄປລົງທຶນຢູ່ລາວ, ເຂົ້າຮ່ວມການພັດທະນາຂົງເຂດຕ່າງໆຂອງລາວ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າຮ່ວມກັນ.