ວັນທີ 7 ກັນຍານີ້, ພາຍຫຼັງໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການຈາກເຈົ້າຊີວິດ, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີຄົນໃໝ່ຂອງໄທກ່າວຄຳປາໄສວ່າ: ທ່ານຈະຊຸກຍູ້ການດັດແກ້ລັດຖະທຳມະນູນ ແລະ ຍຸບສະພາຜູ້ແທນລາດຊະດອນພາຍໃນ 4 ເດືອນຕາມທີ່ສັນຍາໄວ້.
ກ່ອນໜ້ານີ້, ພັກປະຊາຊົນຊຶ່ງໄດ້ບ່ອນນັ່ງຫຼາຍທີ່ສຸດໃນສະພາຜູ້ແທນລາດຊະດອນນັ້ນ, ໄດ້ເຊັນສັນຍາກັບພັກພູມໃຈໄທ ເພື່ອສະໜັບສະໜູນທ່ານ ອະນຸທິນ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່, ແຕ່ມີເງື່ອນໄຂວ່າ ລັດຖະບານຊຸດໃໝ່ຕ້ອງຊຸກຍູ້ການດັດແກ້ລັດຖະທຳມະນູນ ແລະ ຍຸບສະພາຜູ້ແທນລາດຊະດອນພາຍໃນ 4 ເດືອນ ເພື່ອປູທາງໃຫ້ແກ່ການເລືອກຕັ້ງທົ່ວໄປຄືນໃໝ່.