ວັນທີ 3 ກັນຍານີ້, ພາກສ່ວນທີ່ກ່ຽວຂ້ອງຂອງນະຄອນໜານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃຫ້ຮູ້ວ່າ: ນັບມາຮອດທ້າຍເດືອນສິງຫາປີນີ້, ສູນການຮ່ວມມືດ້ານການປະດິດສ້າງປັນຍາປະດິດຈີນ-ອາຊຽນໄດ້ເຊັນສັນຍາໂຄງການພາຍໃນປະເທດ 51 ໂຄງການ ແລະ ໂຄງການໃນປະເທດສະມາຊິກອາຊຽນ 16 ໂຄງການ.
ຕາມຂ່າວແຈ້ງວ່າ: ສູນການຮ່ວມມືດ້ານການປະດິດສ້າງປັນຍາປະດິດຈີນ-ອາຊຽນຈະສ້າງເປັນສະຖານທີ່ໃຫ້ບໍລິການສາທາລະນະແກ່ການຮ່ວມມືດ້ານການປະດິດສ້າງປັນຍາປະດິດລະຫວ່າງຈີນ-ອາຊຽນ, ສ້າງເປັນປ່ອງຢ້ຽມການແລກປ່ຽນ ແລະ ວາງສະແດງ, ສູນຄຸ້ມຄອງການດຳເນີນງານ ແລະ ເວທີການສະໜັບສະໜູນດການລົງທຶນ.