ບໍລິສັດກ້ວຍລາວເປີດສ້າງສິນຄ້າໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ

CRI, September 8, 2025
Size:

ວັນທີ 2 ກັນຍານີ້, ບໍລິສັດກ້ວຍລາວຢົງເຊີ້ຊັນຊາຍໄດ້ສ້າງສາງສິນຄ້າໃກ້ກັບຕະຫຼາດຢູ່ສູນຂົນສົ່ງສິນຄ້າແບບດີຈີຕອນແຊ່ເຢັນອັດສະລິຍະທ່າບົກນະຄອນຮວຍຮວ້າ ແຂວງຫູໜານຈີນຢ່າງເປັນທາງການ. ນີ້ແມ່ນບໍລິສັດສະໜອງຜະລິດຕະພັນແຊ່ເຢັນຕ່າງປະເທດສ້າງສາງສິນຄ້າໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າເປັນເທື່ອທຳອິດ ໂດຍໄດ້ຊຸກຍູ້ທ່າບົກສາກົນຮວາຮວ້າກາຍເປັນສູນກາງສຳຄັນໃນການຂົນສົ່ງຜະລິດຕະພັນແຊ່ເຢັນລະຫວ່າງຈີນ ກັບ ອາຊຽນ, ພ້ອມທັງບັນລຸການເຮັດໃຫ້ຂະບວນລົດໄຟແຊ່ເຢັນຂອງທາງລົດໄຟຈີນ-ລາວສາມາດດຳເນີນງານໄດ້ຕາມປົກກະຕິ.